ປູຕິນເຜີຍຈະສິ້ນສຸດສົງຄາມ ຈົນກວ່າຈະເຫຼືອຢູເຄຼນຄົນສຸດທ້າຍ
ທ່ານ ຍວະລາດິມີ ປູຕິນ ປະທານາທິບໍດີຣັດເຊຍ ກ່າວເຕືອນຕາເວັນຕົກແລະຢູເຄຼນວ່າສົງຄາມອາດແກ່ຍາວໄປຈົນກວ່າຈະເຫຼືອກຢູເຄຼນຄົນນສຸດທ້າຍ
“ ມື້ນີ້ໄດ້ຍິນວ່າພວກເຂົາຕ້ອງການໃຫ້ເຮົາແພ້ໃນສະໜາມຮົບ ຈະໃຫ້ເວົາແບບໃດດີລອງຄິດເບິ່ງ” ທ່ານ ປູຕິນ ກ່າວລະຫວ່າງການພົບປະກັບຜູ້ນຳ ສ.ສ ພັກຕ່າງໆ ໃນລັດທະສະພາ
“ ໄດ້ຍິນມາຕະຫຼອດວ່າຕາເວັນຕົກພ້ອມສູ້ຮົບຈົນກວ່າຈະເຫຼືອຢູເຄຼນຄົນສຸດທ້າຍ ໜ້າສະເທືອນໃຈສຳລັບຄົນຢູເຄຼນ ແຕ່ແນວໂນ້ມກໍເບິ່ງຄືໄປທາງນັ້ນໝົດ”
ຜູ້ນຳຣັດເຊຍຍັງກ່າວໂທດຕາເວັນຕົກວ່າສະໜັບສະໜູນແລະພະຍາຍາມຫາເຫດຜົນມາສະໜັບສະໜູນ “ ການຂ້າລ້າງເຜົ່າພັນ” ຕໍ່ປະຊາຊົນໃນແຄ້ວນດອນບາສ.
ທັ້ງນີແຄ້ວນດອນບາສກາຍເປັນພື້ນທີ່ຫຼັກໃນການປະຕິບັດການທາງທະຫານຂອງກອງທັບຣັດເຊຍໃນຢູເຄຼນ ຫຼັງຈາກພະຍາຍາມຍືດກຣຸງຄຽບບໍ່ສຳເລັດໃນຊ່ວງທີ່ຜ່ານມາຂອງປີນີ້.