ວິທີບັນເທົາອາການເຈັບຫົວດ້ວຍຕົນເອງ


ເຈັບຫົວ ອາການທີ່ເກີດຂື້ນປະຈໍາກັບຄົນເຮັດວຽກ ເຊິ່ງບໍ່ແມ່ນອາການຂອງໂລກທາລຫຼອດເລືອດສະໝອງຫຼືເນື້ອງອກສະໝອງແຕ່ເປັນພຽງການເຈັບຫວົຈາກຄວາມຄຽດ ອັອບຟິດຊິນໂດມ ຫຼື ພັກຜ່ອນບໍ່ພຽງພໍທົ່ວໄປ ຄວນຢຸດຄວາມຄິດທີ່ຈະກິນຢາແກ້ປວດ ແລ້ວຫັນມາລອງແກ້ອາການດ້ວຍຕົນເອງກ່ອນ


1.ນວດກົດຈຸດ ແລະ ຍືດກ້າມເນື້ອ: ຖ້າອາການເຈັບຫົວທີ່ເປັນ ມີອາການຕືງຂອງກ້າມເນື້ອຄໍ,ບ່າ,ໄຫຼ່ລວມແລ້ວ ກໍເປັນໄດ້ວ່າອາການເຈັບຫົວນັ້ນເກີດຈາກການເຮັດວຽກໜັກຂອງກ້າມເນື້ອ ໃຫ້ລອງນວດກົດບ່ອນກ້າມເນື້ອຊ່ວງບ່າ ແລະ ໄຫຼ່ ນວດກົດໄວ້ຈົນກ້າມເນື້ອມັດທີ່ຈັບເປັນກ້ອນເລີ່ມຄາຍຕົວ ຫຼັງຈາກນັ້ນໃຫ້ຍືດກ້າມເນື້ອຄໍ ໂດຍໃຊ້ມືຂວາດືງຫົວອຽງໄປດ້ານຂວາຄ້າງໄວ້ 10ນາທີແລະສະລັບ ອາການເຈັບຫົວຈະຜ່ອນຄາຍລົງ.


2. ເຕີມນໍ້າໃຫ້ຮ່າງກາຍ ຄົນທີ່ເຈັບຫົວປະຈໍາ ຄວນສັງເກດຕົນເອງວ່າ ເປັນຄົນບໍ່ຄ່ອຍດື່ມນໍ້າຫຼືບໍ່ ການທີ່ຮ່າງກາຍຂາດນໍ້າຄືສາເຫດໜື່ງທີ່ເຮັດໃຫ້ເຈັບຫົວ ໃຫ້ດື່ມນໍ້າໃຫ້ຫຼາຍຂື້ນ ຫຼື ເມື່ອມີອາການເຈັບຫົວ ຈະດື່ມນໍ້າໝາກນາວໃສ່ນໍ້າເຜິ້ງໜ້ອຍໜື່ງ ຫຼື ນໍ້າຂີງອຸ່ນໆ ທີ່ມີກີ່ນຊ່ວຍບັນເທົາອາການເຈັບຫົວລົງໄດ້.


3.ອອກກໍາລັງກາຍ: ການເໜັງຮ່າງກາຍ ພຽງເລັກໜ້ອຍ ຈະຊ່ວຍເພີ່ມການໄຫຼວຽນຂອງເລືອດໄປຍັງສະໝອງ ແລະ ຍັງເຮັດໃຫ້ຮ່າງກາຫຍຫຼັງຮໍໂມນເອັນເດີຟິນ ທີ່ເປັນສານບັນເທົາອາການເຈັບຕາມທໍາມະຊາດໃນຮ່າງກາຍ ຕອນທີ່ເລີ່ມມີອາການເຈັບຫົວແບບເກົ່າ ລອງແລ່ນເຍາະໆ ຫຼື ອອກກໍາລັງກາຍດ້ວຍທ່າງ່າຍໆ ຢູ່ກັບບ່ອນ 15ນາທີ ຮັບຮອງວ່າອາການເຈັບຫົວຈະດີຂື້ນ


4.ດົມກິ່ນນໍ້າມັນລະເຫີຍ: ນໍ້າມັນຫອມລະເຫີຍ ທີ່ກັ່ນຈາກພືດສະມູນໄພສະນິດຕ່າງໆ ທີ່ມີກີ່ນກໍມີຄຸນສົມບັດຊ່ວຍໃຫ້ຜ່ອນຄາຍ ຫຼຸດອາການອັກເສບ ຫຼື ຊ່ວຍລະບົບຍ່ອຍອາຫານແຕກຕ່າງກັນໄປ ລອງເລືອກນໍ້າມັນ ທີ່ມີຄຸນສົມບັດຊ່ວຍຫຼຸດອາການເຈັບຫົວດຄວາມຄຽດ ຫຼື ໄມເກນໄດ້ໂດຍກົງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page