ຄຽບເດືອດ! ປູຕິນສັ່ງອອກ ພາສປອດຣັດເຊຍແບບດ່ວນ ມອບສິິດພົນລະເມືອງຊາວຢູເຄຼນ
ປະທານາທິບໍດີວະລາດິມີ ປູຕິນ ແຫ່ງຣັດເຊຍ ອອກດຳລັດສະບັບໜື່ງມອບສິດທິຄວາມເປັນພົນລະເມືອງແບບເລັ່ງດ່ວນແກ່ຊາວຢູເຄຼນທຸກຄົນ ທ່າມກາງປະຕິບັດການທາງທະຫານຮຸກຮານຢູເຄຼນທີ່ຍືດເຍື້ອມານານກວ່າ 4ເດືອນແລ້ວ.
ດຳລັດສະບັບນີ້ລະບຸວ່າ “ ພົນລະເມືອງຢູເຄຼນທຸກຄົນໄດ້ຮັບສິດທິຢື່ນຄຳຮ້ອງສຳລັບເຂົ້າເປັນພົນລະເມືອງຂອງສະຫະພັນຣັດເຊຍ ໃນວິທີການແບບລວບຮັດ”
ດຳລັດລ່າສຸດເປັນການເພີ່ມເຕີມຈາກຄຳສັ່ງຕ່າງໆ ກ່ອນໜ້ານີ້ ໃນນັ້ັ້ນລວມເຖິງທີ່ປະກາດອອກມາໃນຊ່ວງຕົ້ນຂອງການຮຸກຮານ ເປີດທາງໃຫ້ພົນລະເມືອງຢູເຄຼນທີ່ໃຊ້ຊີວິດຢູ່ໃນດິນແດນຕ່າງໆ ທີ່ຢູ່ພາຍໃຕ້ການຢືດຄອງຂອງມອສໂກ ໄດ້ຮັບພາສະປອດຣັດເຊຍງ່າຍຂື້ນ.
ກ່ອນໜ້ານີ້ ປູຕິນ ໄດ້ລົງນາມໃນດຳລັດສະບັບໜື່ງມອບສິດທິຄວາມເປັນພົນລະເມືອງແບບເລັ່ງດ່ວນແກ່ພົນລະເມືອງໃນ 2ແຄ້ວນຂອງຢູເຄຼນ ປະກອບດ້ວຍແຄ້ວນແຄຊອນທາງພາກໃຕ້ ເຊິ່ງຢູ່ພາຍໃຕ້ການຄວບຄຸມຂອວທະຫານຮັດເຊຍເກືອບທັງໝົດ ແລະ ແຄ້ວນຊາປໍຣິດເຊຍທີ່ຢູ່ພາຍໃຕ້ການຄວບຄຸມຂອງມອສໂກເປັນບາງສ່ວນ.