ສັນຍານເຕືອນຄວາມຄຽດສະສົມ ອາດສ່ຽງທຳຮ້າຍຕົນເອງ

ສັນຍານເຕືອນຄວາມຄຽດສະສົມ ອາດສ່ຽງທຳຮ້າຍຕົນເອງ

ສັນຍານເຕືອນຄວາມຄຽດສະສົມ ຄືພາວະຂອງອາລົມ,ຄວາມຮູ້ສຶກ, ທີ່ຖຶກບີບຄັ້ນ,ກົດດັນ ເຮັດມໃຫ້ມີອາການສະແດງທີ່ຕ່າງກັນເຊັ່ນ: ວິຕົກກັງວົນ,ນອນບໍ່ຫຼັບ,ເຈັບຫົວ,ຊືມເສົ້າ

ບາງຄົນອາດມີອາການ ປະສາດຫຼອນໄດ້ ເຊິ່ງໂດຍທົ່ວໄປແຕ່ລະຄົນຈະມີວິທີການປັບຕົວໃຫ້ຜ່ານພົ້ນໄປໄດ້ດີຂື້ນກັບທັກສະການຈັດການຄວາມຄຽດຂອງແຕ່ລະບຸກຄົນ ໃນບາງຄົນທີ່ເກີດຄວາມຄຽດແລະຫາທາງລະບາຍອອກບໍ່ໄດ້ຫຼືຄຽດຕະຫຼອດ ກາຍເປັນຄວາມທຸກທໍລະມານ ຈົນສົ່ງຜົນກະທົບຕໍ່ການໃຊ້ຊິວິດປະຈຳວັນ ອາດພັດທະນາເປັນໂລກຊືມເສົ້າຫຼືໂລກວິຕົກກັງວົນ.


ການສັງເກດຄວາມຄຽດເບື້ອງຕົ້ນມີ່ດັ່ງນີ້:
ນອນບໍ່ຫຼັບ: ຄວາມຄຽດອາດສົ່ງຜົນໃຫ່້ນອນບໍ່ຫຼັບ ແລະ ຫາກນອນບໍ່ຫຼັບເປັນເວລາດົນ ຈະສົ່ງຜົນຕໍ່ສຸຂະພາບ ແລະ ໃຈໂດຍລວມຈົນເລີ່ມມີພາວະຊືມເສົ້າ ຫຼື ຄວາມຄຽດຮຸນແຮງ.


ພຶດຕິກຳປ່ຽນໄປ: ບໍ່ມ່ວນຊຶ່ໍໍນ, ມິດຫງຽບ,ບໍ່ມັກເວົ້າ,ເບື່ອໜ່າຍ ແລະ ປິດກັ້ນຕົນເອງ
ເສົ້າໝອງຫຼືວິຕົກກັງວົນ:ຜູ້ທີ່ມີຄວາມຄຽດມັກຈະຮູ້ສຶກເສົ້າ ບໍ່ມີຄວາມສຸກ ຫຼື ວິຕົກກັງວົນກັບເລື່ອງຕ່າງໆ ຈົນສະແດງອອກທາງສີໜ້າ ທ່າທາງ ຫຼື ຄຳເວົ້າ


ຄວາມຄຽດອາດສະແດງອອກເປັນອາການທາງກາຍເຊັ່ນ: ຫາຍໃຈຖີ່ຂື້ນຫຼື ກັ້ນຫາຍໃຈ ໂດຍບໍ່ຮູ້ສຶກຕົວ ປວດທ້ອງ,ອາຈຽນ,ປວດຫົວ.
ໃນກໍລະນີຮຸນແຮງ ຜຄ້ປ່ວຍອາດຈະເວົ້າວ່າຢາກຕາຍ: ບາງຄັ້ງອາດຟັງຄືເປັນການເວົ້າຫຼິ້ນ ດັ່ງນັ້ນຈື່ງຄວນໃສ່ໃຈຜູ້ເວົ້າໃຫ້ຫຼາຍຂື້ນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page