ເຈົ້າໜ້າທີ່ກຳລັງເລັ່ງຈັບຕົວເຈ້ທິບທີບທີ່ໂກງເງິນປະຊາຊົນຢ່າງມະຫາສານ
ເວບໄຊປ້ອງກັນຄວາມສະຫງົບລາຍງານວ່າ: ນາງ ພອນທິບ ຫຼື ທີ່ເອີ້ນກັນວ່າ ເຈ້ທິບ ອາຍຸ ພຽງ 30 ປີ ກາຍເປັນເປົ້າໝາຍທີ່ເຈົ້າໜ້າທີ່ກຳລັງຕ້ອງການຕົວມາດຳເນີນຄະດີ ເພາະສໍ້ໂກງເງິນຂອງປະຊາຊົນຈຳນວນຫຼາຍພັນຄົນ ຫອບເງິນຈຳນວນມະຫາສານໜີອອກນອກປະເທດ ແຕ່ທ້າຍເດືອນມິຖຸນາ 2022, ເຊິ່ງມາເຖິງປັດຈຸບັນນີ້ ຍັງບໍ່ມີພາກສ່ວນໃດຮູ້ວ່າ ເຈ້ທິບໜີໄປໃສ ແລະ ກໍຍັງຈັບຕົວບໍ່ໄດ້.
ຈຳນວນຄວາມເສຍຫາຍໃນຄັ້ງນີ້ ເປັນເງິນຈຳນວນມະຫາສານ ລວມ 3 ສະກຸນເງິນ ຄື:
ເງິນກີບ 2 ໝື່ນລ້ານກີບ, ເງິນບາດ 4 ຮ້ອຍລ້ານບາດ ເງິນໂດລາ 4 ລ້ານໂດລາສະຫະລັດ
ຮອດວັນທີ 30 ມິຖຸນາ 2022, ຜູ້ເສຍຫາຍ
ຈຳນວນຫຼວງຫຼາຍ ຖະຍອຍເຂົ້າມາແຈ້ງຄວາມຕໍ່
ເຈົ້າໜ້າທີ່ຫຼາຍກວ່າ 5.000 ຄົນ ແລະ ຄາດວ່າຍັງ
ຈະມີຜູ້ເສຍຫາຍຫຼາຍຄົນເຂົ້າມາແຈ້ງຄວາມຕື່ມ
ອີກ.
ຈາກການກວດສອບຂອງເຈົ້າໜ້າທີ່ ເຈ້ທິບໄດ້ເດີນທາງອອກນອກປະເທດໄປຕັ້ງແຕ່ວັນທີ 29 ມິຖຸນາ 2022 ໂດຍເດີນທາງຜ່ານດ່ານ ຕມ ຂົວມິດຕະພາບ ລາວ-ໄທ 1; ປັດຈຸບັນ, ເຈົ້າໜ້າທີ່ກຳລັງເລັ່ງຕິດຕາມຕົວມາດຳເນີນຄະດີຕາມລະບຽບກົດໝາຍ.
ຂໍ້ມູນ: ປ້ອງກັນຄວາມສະຫງົບ