ອີຣານກຳລັງມີແຜນມອບໂດນຕໍ່ສູ້ສັກກະຍະພາບຕິດອາວຸດ ຈຳນວນຫຼາຍຮ້ອຍລຳແກ່ຣັດເຊຍສຳລັບນຳໄປໃຊ້ໃນປະຕິບັດການທາງທະຫານໃນຢູເຄຼນ ຈາກການເປີດເຜີຍຂອງເຈົ້າໜ້າທີ່ລະດັບສູງທ່ານໜື່ງຂອງສະຫະລັດ ຄວາມເຄື່ອນໄຫວທີ່ກໍ່ຄວາມວຸ້ນວາຍກັງວົນວ່າອາດຈະເຮັດໃຫ້ສະຖານະການລຸກລາມເພີ່ມຂື້ນ
ເຈ ຊຳລິແວນ ທີ່ປຶກສາດ້ານຄວາມໝັ່ນຄົງຂອງທຳນຽບຂາວ ເປີດເຜີຍວ່າຕາມຂໍ້ມູນທີ່ໄດ້ຮັບຈາກບັນດາທີ່ມີມຸມມອງສະໜັບສະໜູນສະຫະລັດ ພົບວ່າກອງທັບຣັດເຊຍກຳລັງປະເຊີນຄວາມທ້າທາຍໃນດ້ານການປະຄອງອາວຸດຂອງພວກເຂົາ ຫຼັງສູນເສຍຍຸໂທປະກອນໄປຫຼາຍໃນຢູເຄຼນ
“ ລັດຖະບານອີຣານກຳລງັຕຽມການມອບອາກາດຍານໄຮ້ຄົນຂົບຫຼາຍຮ້ອຍລຳແກ່ຣັດເຊຍ ໃນນັ້ນລວມເຖິງອາການຍານໄຮ້ຄົນຂັບຕິດອາວຸດ ໃນກອບເວລາເລັ່ງດ່ວນ” ຊຳລິເວບອກກັບນັກຂ່າວ “ ຂໍ້ມູນຂອງເຮົາບົ່ງຊື້ເພີ່ມເຕີມວ່າ ອິຣານກຳລັງກຽມການຝຶກຝົນກອງກຳລັງຣັດເຊຍສຳລັບໃຊ້ອາກາດຍານໄຮ້ຄົນຂັບເຫຼົ່ານີ້ ຊ່ວງຂອງການຝືກຝົນໃນເບື້ອງຕົ້ນ ກຳນົດໄວ້ວ່າຈະເລີ່ມຕົ້ນຢ່າງໄວທີ່ສຸດໃນຊ່ວງຕົ້ນເດືອນກໍລະກົດ”
ແນວໃດກໍຕາມ ຊຳລິເວ ຍອມຮັບບໍ່ເປັນທີ່ຊັດເຈນວ່າອີຣານໄດ້ສົ່ງມອບໂດນໃຫ້ແກ່ຣັດເຊຍໄປແລ້ວຫຼືບໍ່ ແຕ່ເຂົາຢໍ້າວ່າພວກກະບົດຮູຕີໃນຢູເຄຼນ ເຄີຍໃຊ້ໂດນຂອງອີຣານ ປະຕິບັດໂຈມຕີຊາອຸດີອາລະບຽນມາແລ້ວ.