ຢູເຄຼນລະດົມພົນປະຕິບັດການຕີໂຕ້ ອ້າງໃຊ້ທະຫານ 1ລ້ານຄົນ
ລັດຖະບານຢູເຄຼນປະກາດເຕືອນໃຫ້ພົນລະເມືອງໃນແຂວງພາກໃຕ້ທີ່ຢູ່ໃນເຂດຍືດຄອງຂອງຣັດເຊຍອົບພະຍົບບໍ່ຄວນມີຜູ້ຍິງແລະເດັກເຫຼືອຢູ່ພື້ນທີ່ ຫຼັງທ່ານໂວໂລດິເມຍ ເຊເລນສະກີ ປະທານາທິບໍດີຢູເຄຼນ ມີຄຳສັ່ງໃຫ້ກອງທັບກຽມ
ປະຕິບັດການຕີໂຕ້ເພື່ອທວງຄືນແຂວງພາກໃຕ້ຂອງຢູເຄຼນ ເຊິ່ງທັງນີ້ແຂວງພາກໃຕ້ທີ່ຖຶກຣັດເຊຍຍືດຄອງແຂວງເຄຍຊອນແລະຊາໂປຣິດເຊຍ ຂະນະທີ່ກະຊວງຕ່າງປະເທດຢູເຄຼນຢືນຢັນວ່າ ປະຕິບັດການຕີໂຕ້ໃນແຂວງພາກໃຕ້ຈະເກີດຂື້ນໃນອານາຄົດອັນໃກ້
ກອງທັບຢູເຄຼນຢູ່ລະຫວ່າງລະດົມທະຫານ 1ລ້ານຄົນ ພື້ນທີ່ປະຕິບັດການເຕັມໄປດ້ວຍການຕໍ່ສູ້ ເຊິ່ງລວມເຖິງການຍິງຖະຫຼົ່ມດ້ວຍປືນໃຫຍ່ ແລະ ລົດຈະຫຼວດຢ່າງຮຸນແຮງ ຂໍໃຫ້ພົນລະເມືອງຫຼົບໜີໄປຢ່າງເລັ່ງດ່ວນ
ດ້ານກະຊວງຕ່າງປະເທດອັງກິດລະບຸວ່າໃນຊ່ວງອາທິດທີ່ຜ່ານມາທັງສອງຝ່າຍຕ່າລົ້ມເຫຼວທີ່ຈະຍືດຄອງພື້ນທີ່ ສ່ວນກະຊວງການຕ່າງປະເທດຣັດເຊຍອ້າງວ່າ 24ຊົ່ວໂມງທີ່ຜ່ານມາສັງຫານທະຫານຢູເຄຼນກວ່າ 500ຄົນ