ໄບເດັນເຢືອນຕາເວັນອອກກາງ ຫຼັງຄະແນນສຽງຫຼຸດລົງ ຫວັງໂອເປກເພີ່ມການຜະລິດແກ້ບັນຫານໍ້າມັນ
ທ່ານ ເຈ ຊົວລິເວ ທີ່ປຶກສາດ້ານຄວາມໝັ່ນຄົງປະຈຳທຳນຽບຂາວຂອງສະຫະລັດເປີດເຜີຍວ່າ ປະທານາທິບໍດີໂຈ ໄບເດັນ ຈະຂໍໃຫ້ກຸ່ມປະເທດຜູ້ສົ່ງອອກນ້ຳມັນ ( ໂອເປກ ) ເພີ່ມກຳລັງການຜະລິດນ້ຳມັນເພື່ອໃຫ້ລາຄານ້ຳມັນປົບຕົວລົງ
ໃນການພົບປະກັບຜູ້ນຳກຸ່ມປະເທດຄວາມຮ່ວມມື ແຫ່ງອ່າວອາລັບ ທີ່ຊາອຸດີອາຣະເບຍ ໂດຍສະຫະລັດເຊື່ອວ່າກຸ່ມໂອເປກມີສັກກາຍະພາບໃນການເພີ່ມການຜະລິດນ້ຳມັນ ເຖິງແມ່ນວ່າຊາອຸ ແລະ ສະຫະລັດອາລັບເອມິເຮດ ເຄີຍອອກຕົວໄວ້ວ່າກຸ່ມໂອເປກເກືອບຈະບໍ່ສາມາດເພີ່ມການຜະລິດນ້ຳມັນໄດ້.
ສຳນັກຂ່າວລາຍງານວ່າ ປະທານາທິບໍດີ ໄບເດັນ ມີກຳນົດທີ່ຈະເດີນທາງອອກຈາກສະຫະລັດໃນວັນທີ່ 12ກໍລະກົດນີ້ ຕາມເວລາສະຫະລັດ ໄປຍັງຕາເວັນອອກກາງເຊິ່ງຖືກວ່າເປັນການເຢືອນຕາເວັນອອກກາງຄັ້ງທຳອິດໃນຖານະປະທານາທິບໍດີ ໂດຍຈະເຢືອນອິສະເອວ,ເວດແບງ ແລະ ຊາອຸດີອາລະເບຍ.
ການເດີນທາງເຢືອນຄັ້ງນີມີຂືນໃນຊ່ວງເວລາທີ່ ໄບເດັນ ມີຄະແນນສຽງນິຍົມຫຼຸດລົງຢ່າງຫຼາຍ ຫຼັງຈາກລາຄານ້ຳມັນປັບຕົວຂືນສູງຈົນກະທົບຕໍ່ຄວາມເປັນຢູ່ຂອງປະຊາຊົນ ຂະນະດຽວກັນເຂົາຍັງຖຶກກຸ່ມສິດທິມະນຸດວິພາກວິຈານຢ່າງໜັກ ຈາກການທີເຂົາມີກຳນົດເຂົ້າເຝົົ້າມົງກຸດລາຊະກຸມມານ ໂມຮຳເມດ ບິນ ຊົວມານ ຜູ້ປົກຄອງອາອຸດີອາລະເບຍ