ປູຕິນກຽມຢາມອີຣານຫຼັງສະຫະລັດກ່າວອີຣານຈະມອບໂດຼນຊ່ວຍຍຶດຢູເຄຼນ
ປະທານາທິບໍດີ ປູຕິນ ແຫ່ງຣັດເຊຍ ຈະເດີນທາງຢ້ຽມຢາມອີຣານໃນອາທິດໜ້າ ຫຼັງຈາກສະຫະລັດ ເຕືອນວ່າເຕຫະຣານອາດຈະມອບໂດນຕິດອາວຸດໃຫ້ແກ່ມອສໂກສຳລັບໃຊ້ໃນປະຕິບັດການຮຸກຮານຢູເຄຼນ
ແນວໃດກໍຕາມ ເຈົ້າໜ້າທີ່ລະດັບສູງຂອງທຳນຽບຂາວ ເບິ່ງວ່າຄວາມເຄື່ອນໄຫວດັ່ງກ່າວບົ່ງຊີ້ກຳລັງຈຳເປັນຕ້ອງເສີມທັບຢ່າງເລັ່ງດ່ວນ ສືບເນື່ອງຈາກປະສົບຄວາມສູນເສຍຢ່າງໜັກ
ລະຫວ່າງການເດີນທາງຢ້ຽມຢາມເຕຫະຣານໃນອາທິດໜ້າ ປູຕິນຈະຮ່ວມຫາລືສາມຝ່າຍກັບຜູ້ນຳຂອງອິຣານແລະຕຸຣາກີ ໃນການປະຊຸມກ່ຽວກັບປະເດັນຊີເຣຍ ທີ່ຮຽກວ່າແອດຕານາ ຈາກການເປີດເຜີຍຂອງ ດາມິທີ ເປຄອບ
ການເດືອນທາງຢ້ຽມຢາມອີຣານຂອງປູຕິນ ຈະມີຂື້ນຕາມຫຼັງໂປແກມຢ້ຽມອິດສະຮາເອວແລະຊາອຸດີອາຣະເບຍ ປະທານາທິບໍດີໂຈ ໄບເດັນ ແຫ່ງສະຫະລັດ ໂດຍທີ່ປະເດັນໂຄງການນິວເຄຼຍຂອງອີຣານແລະຄວາມເຄື່ອນໄຫວມຸ່ງຮ້າຍຕ່າງໆ ໃນພາກພື້ນຈະເປັນຫົວຂໍ້ສຳຄັນຂອງການສົນທະນາ
ເປຄອບ ບອກກັບນັກຂ່າວວ່າ ໃນການຢ້ຽມຢາມເຕຫະຣານຄັ້ງນີ້ ປູຕິນຈະພົບປະຫາລືແຍກກັບປະທານາທິບໍດີເຣເຈບ ໄຕຍິບ ແອໂດອັນ ອີກດ້ວຍ