ຢູ່ບໍ່ໄດ້! ປະທານາທິບໍດີ ສີລັງກາໜີອອກນອກປະເທດແລ້ວ ຫຼັງຖືກປະຊາຊົນຍືດທຳນຽບ

ຢູ່ບໍ່ໄດ້! ປະທານາທິບໍດີ ສີລັງກາໜີອອກນອກປະເທດແລ້ວ ຫຼັງຖືກປະຊາຊົນຍືດທຳນຽບ


ປະທານາທິບໍດີສີລັງກາຫຼົບໜີອອກນອກປະເທດແລ້ວ ຫຼັງຈາກບັນດາຜູ້ປະທ້ວງບຸກເຂົ້າທຳນຽບທີ່ເປັນບ້ານພັກຂອງປະທານາທິບໍດີ ແລະ ບ້ານພັກຂອງນາຍົກລັດຖະມົນຕີ ທ່າມກາງວິກິດເສດຖະກິດທີ່ຍືດເຍື້ອມາດົນ 3ເດືອນເຊິ່ງກໍ່ໃຫ້ເກີດພາວະຂາດແຄນອາຫານແລະເຊື້ອໄຟຢ່າງຮຸນແຮງ


ໂດຍມີການອ້າງຈາກເຈົ້າໜ້າທີ່ຄົນເຂົ້າເມືອງທ່ານໜື່ງລະບຸວ່າ ປະທານາທິບໍດີ ໂຄທະພະຍາ ຣາດປັກສາ ພັນທະຍາແລະບໍດີກາດ 2ຄົນ ເດີນທາງອອກນອກປະເທດດ້ວຍເຄື່ອງບິນຂອງກອງທັບອາກາດສີລັງກາລຳນື່ງ ມຸ່ງໜ້າສູ່ກຣຸງມາເລ ເມືອງຫຼວງຂອງມັດດີບ


ຣາດປັກສາ ຍິນຍອມລາອອກພາຍໃຕ້ແຮງກົດດັນ ສ່ວນນາຍົກລັດຖະມົນຕີຮານິນ ວິກຳສິງເຫ ເຜີຍວ່າເຂົາຈະລາອອກຈາກຕຳແໜ່ງ ເມື່ອຄັ້ງໄດ້ລັດຖະບານຊຸດໃໝ່ເຂົ້າມາເຮັດໜ້າທີ່ແທນແລ້ວ


ບັນດາສະມາຊິກລັດຖະສະພາເຫັນພ້ອມເລືອກປະທານາທິບໍດີຄົນໃໝ່ ແຕ່ຍັງຄົງມີບັນຫາໃນການຈັດຕັ້ງລັດຖະບານຊຸດໃໝ່ ທີ້ຈະເຂົ້າມາຊ່ວຍນຳພາປະເທດລົ້ມລະລາຍແຫ່ງນີ້ຫຼຸດພົ້ນຈາກພາວະລົ້ມລະລາຍທາງເສດຖະກິດແລະການເມືອງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page