ປັດໄຈສ່ຽງການແພ້ອາຫານ ເລື່ອງເລັກໜ້ອຍທີ່ບໍ່ຄວນເບີ່ງຂ້າມ

ປັດໄຈສ່ຽງການແພ້ອາຫານ ເລື່ອງເລັກໜ້ອຍທີ່ບໍ່ຄວນເບີ່ງຂ້າມ


ແພ້ອາຫານເປັນປະຕິກິລະຍາຕອບສະໜອງຂອງລະບົບພູມຄຸ້ມກັນໃນຮ່າງກາຍທີ່ເກີດຂື້ນຫຼັງຈາກທີ່ຜູ້ປ່ວຍໄດ້ຮັບປະທານອາຫານບາງຊະນິດເຂົ້າໄປ ໂດຍອາດຈະເຮັດໃຫ້ເກີດອາການທີ່ຄວາມຜິດປົກກະຕິກ່ຽວກັບທາງເດີນອາຫານ, ທາງເດີນຫາຍໃຈ,ຜິວໜັງ ຫຼືລົບຫຼອດເລືອດເເລະຫົວໃຈ ໃນບາງຄົນອາດເຮັດໃຫ້ເກີດອາການແພ້ແບບຮຸນແຮງແລະເປັນອັນຕະລາຍເຖິງຊີວິດໄດ້.


ອາການແພ້ອາຫານອາດເກີດຂື້ນຕັ້ງແຕ່ອາການເບົາໄປຈົນເຖິງຮຸນແຮງຫຼາຍ ແລະ ອາການອາດເກີດຂືນໄດ້ທັນທີຫຼືຄ່ອຍໆ ກໍ່ຕົວຫຼາຍຊົ່ວໂມງຈື່ງເກີດຂື້ນໂດຍອາການທີ່ພົບເຫັນໄດ້ນັ້ນຄື: ອາການຄັນໃນປາກ, ຄັນຕາ,ນໍ້າຕາໄຫຼ, ລົມພິດ ຄັນຫຼືຜິວໜັງອັກເສບ, ມີອາການບວມທີ່ປາກ,ໃບໜ້າ,ລີ້້ນ ແລະ ຄໍ ຫຼືສ່ວນອື່ນໆໃນຮ່າງກາຍ,ມີບັນຫາກ່ຽວກັບການຫາຍໃຈ,ຫາຍໃຈມີສຽງ,ຫາຍໃຈຕື້ນ,ນຳມູກໄຫຼ,ປວດທ້ອງ,ວິນຫົວໜ້າມືດເປັນລົມ…


ເຊິ່ງປັດໄຈທີ່ສ່ຽງເຮັດໃຫ້ເກີດການແພ້ອາຫານໄດ້ແກ່:
-ມີປະຫວັດຂອງຄົນໃນຄອບຄົວເປັນໂລກຫືດ,ຜິວໜັງອັກເສບ ( Eczema ) ລົມພິດ ຫຼື ໂລກພູມແພ້
-ຜູ້ທີ່ມີປະຫວັດແພ້ອາຫານຊະນິດໃດໜື່ງຢູ່ກ່ອນແລ້ວ ມີໂອກາດເພີ່ມຂື້ນທີ່ຈະແພ້ອາຫານຊະນິດອື່ນໆອີກ.


-ການແພ້ອາຫານຈະພົບຫຼາຍໃນເດັກ ໂດຍສະເພາະເັດນ້ອຍກຳລັງຝຶກຍ່າງ ແຕ່ເມື່ອມີອາຍຸຫຼາຍຂືນລະບົບທາງເດີນອາຫານຈະເລີນເຕີບໂຕເຕັມທີ່ແລະຮ່າງກາຍອາດມີການດູດຊືມອາຫານຫຼືສານອາຫານທີ່ກະຕຸ້ນໃຫ້ເກີດການແພ້ອາຫານໜ້ອຍລົງ ແຕ່ແນວໃດກໍຕາມອາການແພ້ອາຫານຂອງເດັກເກີດມາຈາກນົມງົວ,ຖົ່ວເຫຼືອງ,ເຂົ້າສາລີ ແລະ ໄຂ່

Leave a Reply

Your email address will not be published. Required fields are marked *

You cannot copy content of this page