ເສດຖະກິດຢູໂຣບປ່ຽນ! 1 ຢູໂຣ ອອ່ນຄ່າເທົ່າກັບເງີນ 1ໂດລາ ຈາກວິກິດພະລັງງານເງີນເຟີ

ເສດຖະກິດຢູໂຣບປ່ຽນ! 1 ຢູໂຣ ອອ່ນຄ່າເທົ່າກັບເງີນ 1ໂດລາ ຈາກວິກິດພະລັງງານເງີນເຟີ


ສະຖານະການເສດຖະກິດຂອງປະເທດໃນຢູໂຣບເລີ່ມບໍ່ດີ ແລະ ອາດເຂົ້າສູ່ພາວະຖົດຖອຍໄດ້ ຈາກປັດໄຈທີ່ເຂົ້າມາທັງໃນເລື່ອງຂອງພະລັງງານ ທີ່ສ້າງຄວາມກັງວົນວ່າຈະເຂົ້າຂັ້ນວິກິດຈາກຄວາມຂັດແຍ້ງທີ່ມີຕໍ່ຣັດເຊຍ ແລະ ເລື່ອງເງີນເຟີ້ທີ່ມີການປັບຂື້ນດອກເບ້ຍຂອງທະນາຄານກາງສະຫະລັດ


ເຊິ່ງຮູ້ກັນດີແລ້ວວ່າປະເທດໃນສະຫະພາບຢູໂຣບພ້ອມໃຈຂວ້ຳບາດຣັດເຊຍຈາກກໍລະນີຮຸກຮານຢູເຄຼນ ແນວໃດກໍຕາມປະເທດໃນສະຫະພາບຢູໂຣບຍັງຕ້ອງເພິ່ງພາພະລັງງານຈາກຣັດເຊຍ ຄິກເປັນສັດສ່ວນ 40% ໂດຍລ່າສຸດທໍ່ສົ່ງກ໊າຊທີ່ໃຫຍ່ຂອງຣັດເຊຍ

ໃນການບັນທຸກກ໊າຊສົ່ງໄປເຢຍລະມັນໄດ້ປິດບຳລຸງຮັກສາ ແລະ ຢຸດສົ່ງກ້າຊເປັນໄລຍະເວລາ 10ວັນ ແນ່ນແນໍໍອນວ່າເລື່ອງນີ້ກາຍເປັນການສ້າງຄວາມກັງວົນໃຫ້ກັບຝ່າຍທີ່ກ່ຽວຂ້ອງວ່າເຫດການນີ້ອາດຈະຍືດເຍື້ອເກີນກວ່າເວລາທີ່ບອກໄວ້


ເຊັ່ນດຽວກັບ ທະນາຄານກາງສະຫະລັດ ທີ່ກຽມຂື້ນອັດຕາດອກເບ້ຍໃນໄວນີ ເພື່ອແກ້ໄຂບັນຫາວິກິດເງີນເຟີ້ ການທີ່ເງີນໂດລາແຂງຄ່ານັ້ນສົ່ງຜົນໃຫ້ສະກຸນເງີນທົ່ວໂລກອ່ອນຄ່າລົງ ບໍ່ເວັ້ນສະກຸນເງີນຢູໂຣທີ່ມີຄ່າທຽບເທົ່າເງີນໂດລາສະຫະລັດ ເປັນຄັ້ງທຳອິດໃນຮອບ 20ປີ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page