ອະດີດເຈົ້າໜ້າທີລະດັບສູງສະຫະລັດ ຍອມຮັບເຄີຍຊ່ວຍວາງແຜນລັດຖະປະຫານໃນປະເທດອື່ນ.
ຈອນໂບຕັນ ອາດີດທີ່ປຶກສາຄວາມໝັ່ນຄົງແຫ່ງຊາດສະຫະລັດ ຍອມຮັບວ່າເຄີຍຊ່ວຍວາງແຜນກໍລັດຖະປະຫານໃນປະເທດອື່ນ ແຕ່ຂັດແຍ້ງວ່າບໍ່ໄດ້ມີຄວາມພະຍາຍາມດັ່ງກ່າວໃນເຫດການຈະລາຈົນບຸກອາຄານລັດຖະສະພາໃນກຣຸງວໍຊິງຕັນ
ເຊິ່ງມີການສຳພາດວ່າເຫດການໂຈມຕີອາຄານລັດຖະສະພາສະຫະລັດເປັນຜົນມາຈາກໂດນັນ ທ້ຳ ປະທານາທິບໍດີ ຂະນະນັ້ນພຍງແຕ່ມີບັນຫາຈາກການນຳສະເໜີຄວາມຄິດເຫັນໜື່ງໄປສູ່ຄົນອື່ນໆ
“ ໃນຖານະຄົນໜື່ງທີ່ເຄີຍຊ່ວຍວາງແຜນກໍ່ລັດຖະປະຫານມາແລ້ວ ບໍ່ແມ່ນເວລານີ້ ແຕ່ເປັນບ່ອນອື່ນໆ ມັນຕ້ອງເຮັດວຽກໜັກ” ເຂົາກ່າວ
ຕັນ ເຊິ່ງເຮັດໜ້າທີ່ ທີ່ປຶກສາດ້ານຄວາມໝັ່ນຄົງຂອງ ທ້ຳ ລະຫວ່າງປີ 2018-2019 ບໍ່ໄດ້ເຈາະຈົງວ່າເຂົາຊ່ວຍໂຄ່ນລົ້ມ ລັດຖະບານປະເທດໃດ ແຕ່ລະຫວ່າງທີ່ເຂົາດຳລົງຕຳແໜ່ງ ເຂົາສະນັບສະນູນໃຫ້ສະຫະລັດ ໃຊ້ກຳລັງທະຫານແຊກແຊງໃນເວເນຊຸເອລາ