ສີລັງກາປະກາດພາວະສຸກເສີນເພື່ອຄຸມສະຖານະການ ຫຼັງປະທານາທິບໍດີໜີອອກນອກປະເທດ
ທ່ານ ຣານິນ ວິກຳສິງເຫ ນາຍົກລັດຖະມົນຕີສີລັງກາ ປະກາດພາວະສຸກເສີນທົ່ວປະເທດ ຫຼັງຈາກທ່ານໂຄທະພະຍະ ຣາດປັກສາ ປະທານາທິບໍດີສີລັງກາ ໄດ້ຫຼົບໜີອອກນອກປະເທດ
ການປະກາດພາວະສຸກເສີນຄວບຄຸມເຖິງການໃຊ້ມາດຕະການໃນພື້ນທີ່ຝັ່ງຕາເວັນຕົກຂອງປະເທດ ເຊິ່ງລວມເຖິງກຣຸງໂຄລຳໂບ ເມືອງຫຼວງຂອງສີລັງກາ ເພື່ອຢັບຢັ້ງເຫດການຮຸນແຮງ ຫຼັງຈາກປະຊາຊົນໄດ້ກໍ່ເຫດປະທ້ວງແລະບຸກເຂົ້າໄປຍັງບ້ານພັກ ປະທານາທິບໍດີ
ແລະ ຍັງໄດ້ຈູດໄຟເຜົາບ້ານພັກຂອງນາຍົກລັດຖະມົນຕີ ວິກຳສິງເຫ ເນື່ອງຈາກບໍ່ພໍໃຈຕໍ່ການບໍລິຫານປະເທດຫຼັງຈາກເສດຖະກິດຖົດຖອຍຢ່າງຮຸນແຮງ
ປະທານາທິບໍດີ ຣາດປັກສາ ໄດ້ລົບໜີອອກນອກປະເທດດ້ວຍເຄື່ອງບິນທະຫານ ເນື່ອງຈາກບໍ່ສາມາດທົນແຮງກົດດັນຈາກປະຊາຊົນໄດ້ ໂດຍລາຍງານລະບຸວ່າຂະນະນີ້ ທ່ານຣາດປັກສາໄດ້ເດີນທາງເຖິງປະເທດມັດດີບແລ້ວ
ເຊິ່ງຄວາມຜິດພາດໃນການບໍລິຫານເສດຖະກິດແລະຜົນກະທົບຈາກການແພ່ລະບາດຂອງໂຄວິດ-19 ໄດ້ເຮັດໃຫ້ສີລັງກາມີປະຊາກອນ 22ລ້ານຄົນ ບໍ່ວສາມາດຊໍາລະເງີນ ເພື່ອການນຳເຂົ້າສິນຄ້າທີ່ຈຳເປັນເນື່ອງຈາກລັດຖະບານຂາດແຄນສະກຸນເງີນເຟີ້ພຸ່ງຂື້ນເຖິງ 54.6%