6 ສັນຍານອັນຕະລາຍທີ່ ລິ້ນ ກຳລັງເຕືອນໃຫ້ເຮົາຮູ້ກ່ຽວກັບສຸຂະພາບ

6 ສັນຍານອັນຕະລາຍທີ່ ລິ້ນ ກຳລັງເຕືອນໃຫ້ເຮົາຮູ້ກ່ຽວກັບສຸຂະພາບ


ລິ້ນ ນອກຈາກເປັນອະໄວຍະວະທີ່ສຳຄັນມີໜ້າທີ່ໃນການຢໍ້າແລະກືນອາຫານ ລວມເຖິງໃຊ້ໃນການເວົ້າ ແລະ ການອອກສຽງຕ່າງໆແລ້ວ ລິ້ນຍັງສາມາດສົ່ງສັນຍານເຕືອນກ່ຽວກັບສຸຂະພາບແລະຮ່າງກາຍຂອງເຮົາໄດ້ອີກດ້ວຍ.


1. ລີ້ນສີແດງ: ເປັນສັນຍານເຕືອນວ່າຮ່າງກາຍເຮົາໄດ້ຮັບວິຕາມິນບໍ່ພຽງພໍ ໂດຍສະເພາະທາດເຫຼັກແລະວິຕາມິນບີ 12ຫາກປ່ອຍຖິ້ມໄວ້ດົນ ລີ້ນຈະລຽບນຽນຂື້ນ ເພາະຕ່ອມຮັບລົດອ່ນຕົວລົງ.


2.ລີ້ນເປັນຝ້າສີນໍ້າຕານຫຼືສີດຳ: ເປັນສັນຍານເຕືອນເຖິງສຸຂະອານາໄມທີ່ບໍ່ດີຂອງເຮົາອີກດ້ວຍເຊັ່ນ:ການສູບຢາສູບ ເຊິ່ງມັກຈະສົ່ງຜົນໃຫ້ມີກິີ່ນບໍ່ເພີງປະສົງໃນປາກແລະເຮັດໃຫ້ການຮັບຮູ້ລົດຊາດຕໍ່າລົງ.


3.ລີ້ນເປັນຝ້າຂາວ: ຄືສັນຍານຂອງການຕິດເຊື້ອລາ ຈະເລີນເຕີບໂຕຫຼາຍເກີນໄປ ເຫດຜົນຂອງການຂະຫຍາຍຕົວຂືນກັບການໃຊ້ຢາ, ຊີວະນະ ເປັນໂລກເບົາຫວານ ລະບົບພູມຄູ້ມກັນອ່ອນແອຫຼືຄວາມດັນໂລຫິດສູງ.


4. ລີ້ນມີຮອຍແຕກ: ເປັນສັນຍານເຕືອນຂອງຄວາມແກ່ໂດຍປົກກະຕິແລ້ວ ອາການແບບນີ້ບໍ່ໄດ້ທຳຮ້າຍ ແຕ່ວ່າຖ້າເກີດແປງຖູແຂ້ວບໍ່ດີ ອາດເກີດການຕິດເຊື້ອໃນຮອຍແຕກ.
5.ລີ້ນມີຈຸດສີຂາວນ້ອຍໆ: ຄືການລະຄາຍເຄືອງຜິວລີ້ນ ບາງຄັ້ງອາດເກີດການທີ່ແຂ້ວກະທົບຖຶກຜິວລີ້ນຢ່າງຕໍ່ເນື່ອງ ເຊິ່ງສາມາດກາຍເປັນເຊວມະເຮັງໄດ້.


6.ລີ້ນມີຕຸ່ມແດງໆ: ຖ້າອາການແບບນີ້ບໍ່ເຊົາພາຍໃນ 2-4ອາທິດ ອາດເປັນສັນຍານເຕືອນໂລກຮ້າຍໄດ້ ສ່ວນໃຫຍ່ເປັນສັນຍານເລີ່ມຕົ້ນຂອງ ມະເຮັງລີ້ນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page