ເຖິງແມ່ນວ່າການຕື່ນນອນໃນຕອນເຊົ້າຈະເປັນບັນຫາສໍາລັບບາງຄົນ ແຕ່ຖ້າຕ້ອງການເລີ່ມຕົ້ນການອອກກໍາລັງກາຍກໍຄວນເລີ່ມຕົ້ນໃນຕອນເຊົ້າ ເພາະໄດ້ຮັບການພິສູດແລ້ວວ່າເປັນເວລາທີ່ດີທີ່ສຸດສໍາລັບການອອກກໍາລັງກາຍ.ເຮົາມາເບີ່ງກັນເລີຍວ່າຜົນປະໂຫຍດຂອງການອອກກໍາລັງກາຍໃນຕອນເຊົ້າຈະຊ່ວຍໃນດ້ານໃດແດ່?
1. ເສີມກຳລັງສະໝອງ:ການອອກກໍາລັງກາຍຊ່ວຍເພີ່ມພະລັງຂອງສະຫມອງໄດ້ເຖິງສິບຊົ່ວໂມງຫຼັງຈາກອອກກໍາລັງກາຍ. ຖ້າອອກກຳລັງກາຍໃນຕອນເຊົ້າສະໝອງ ແລະ ຮ່າງກາຍຂອງຈະສົດຊື່ນສາມາດເຮັດວຽກໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ.
2. ການເຜົາຜານແຄລໍລີ່ທີ່ດີກວ່າ: ການອອກກໍາລັງກາຍໃນຕອນເຊົ້າຈະຜົນເຜົາໄຂມັນແລະຊ່ວຍໃຫ້ຫຼຸດນ້ໍາຫນັກ ຮ່າງກາຍຈະເຜົາຜານໄຂມັນ ແລະແຄລໍຣີ ຫຼັງຈາກທີ່ອອກກຳລັງກາຍແລ້ວ, ບໍ່ພຽງແຕ່ໃນຂະນະທີ່ກຳລັງອອກກຳລັງກາຍເທົ່ານັ້ນ. ແຕ່ເປັນເຫດຜົນທີ່ຜູ້ຊ່ຽວຊານແນະນໍາໃຫ້ອອກກໍາລັງກາຍເປັນເວລາ 60 ຫາ 90 ນາທີກ່ອນອາຫານເຊົ້າ.
3. ເຮັດໃຫ້ຫຼຸດຄວາມດັນໃນເລືອດ: ການອອກກໍາລັງກາຍໃນຕອນເຊົ້າເຮັດໃຫ້ຄວາມດັນເລືອດຫຼຸດລົງ 10 ເປີເຊັນນອກຈາກນີ້ຍັງຊ່ວຍເພີ່ມປະສິດທິພາບການເຮັດວຽກຂອງຫົວໃຈແລະຫຼອດເລືອດປ້ອງກັນການເກີຫົວໃຈລົ້ມເຫຼວໄດ້.
4. ນອນຫຼັບໄດ້ດີຂຶ້ນ: ການອອກກໍາລັງກາຍໃນຕອນເຊົ້າເປັນປົກກະຕິຈະຊ່ວຍເພີ່ມໄລຍະເວລາຂອງການນອນຫຼັບ ທີ່ມີຄຸນນະພາບຄືຮ່າງກາຍສາມາດນອນໄດ້ຢ່າງເລິກເຊິ່ງ ຮ່າງກາຍທີ່ໄດ້ຜ່ານການອອກກໍາລັງກາຍມາຈະມີອາການເມື່ອຍລ້າແຕ່ເປັນການເມື່ອຍລ້າທີ່ມີສຸຂະພາບດີແລະຈະຕື່ນຂຶ້ນມາສົດຊື່ນເພາະວ່າຮ່າງກາຍຂອງໄດ້ພັກຜ່ອນຢ່າງເຕັມທີ່.
5. ປັບປ່ຽນອາລົມໄດ້: ການອອກກໍາລັງກາຍຊ່ວຍໃຫ້ສະຫມອງປ່ອຍສານເອນໂດຟິນ endorphins, ເຊິງເປັນຮໍໂມນແຫ່ງຄວາມສຸກ. ຖ້າອອກກຳລັງກາຍຕອນເຊົ້າຈະຊ່ວຍໃຫ້ອາລົມດີ ແລະ ສົດຊື່ນຕະຫຼອດມື້.
6. ການອອກກໍາລັງກາຍໃນຕອນເຊົ້າມີປະສິດທິພາບຫຼາຍກ່ວາເວລາອື່ນໆ: ໃນຕອນເຊົ້າ ຈະເຕັມໄປດ້ວຍພະລັງງານແລະຮ່າງກາຍໄດ້ພັກຜ່ອນມາຢ່າງພຽງພໍເຮັດໃຫ້ການອອກກໍາລັງກາຍດີຂຶ້ນໃນລະຫວ່າງມື້ຫຼືຕອນແລງ ຮ່າງກາຍຈະສູນເສຍພະລັງງານຈາກການເຮັດວຽກປົກກະຕິ