EU ຄິດໜັກ! ກັງວົນຣັດເຊຍຕັດກ໊າຊ ຍ້ອນຄ່າເງີນຢູໂຣອ່ອນຄ່າກວ່າໂດລາ
ຄ່າເງີນຢູໂຣອ່ອນຄ່າລະດັບສັນຍາລັກ 1ໂດລາ ເປັນຄັ້ງທຳອິດນັບຕັ້ງແຕ່ປີ 2002 ຖຶກດືງຈາກແນວໂນ້ມເສດຖະກິດອັນມືດມົວຂອງພື້ນທີ່ສະກຸມເງີນດຽວແຫ່ງນີ້ ແລະ ຄວາມເປັນໄປໄດ້ທີ່ຈະຖຶກຣັດເຊຍຕັດການສະໜອງກ໊າຊທຳມະຊາດເປັນໄປໄດ້ສູງ.
ເຊິ່ງຜົນທີ່ເງີນຢູໂຣອ່ອນຄ່າມີຜົນມາຈາກຣັດເຊຍຕັດການສົ່ງກ໊າຊໄປຍັງພື້ນທີ່ຢູໂຣ ສົ່ງຜົນໃຫ້ເກີດຄວາມກັງວົນວ່າຈະເກີດພາວະເສດຖະກິດຖົດຖອຍໃນກຸ່ມປະເທດູ້ໃຊ້ເງີນຢູໂຣຫຼືຢູໂຣໂຊນ.
ຊ່ວງໜື່ງຂອງການຊື້-ຂາຍ ຢູໂຣ ອ່ອນຄ່າສູ່ລະດັບ 0.9998ໂດລາ ຕໍ່າກວ່າ 1ໂດລາ ເປັນຄັ້ງທຳອິດ ຫຼັງຂໍ້ມູນຢ່າງເປັນທາງການພົບອັດຕາເງີນເຟີ້ໃນສະຫະລັດ ດີດຕົວຂືນກໍ່ໃຫ້ເກີດຂໍ້ສັນນິຖານວ່າທະນາຄານກາງສະຫະລັດ ອາດປັບຂື້ນດອກເບ້ຍຮຸນແຮງຫຼາຍກວ່າທີ່ຄາດໝາຍໄວ້
ການປັບຕົວຂື້ນອັດຕາດອກເບ້ຍຂອງອີກຝ່າຍຝັ່ງມະຫາສະໝຸດແອດແລນຕິກ ສົ່ງຜົນກະທົບໃຫ້ໂດລາເປັນທີ່ດືງດູດໃຈຫຼາຍກວ່າສຳລັບນັກລົງທືນ “ ການປັນສ່ວນກ໊າຊ ພາວະທາງເສດຖະກິດຖົດຖອຍແລະເງີນເຟີ້ສູງຂື້ນໃນເວລາດຽວກັນ” ເຖິງເປັນສາເຫດໃນການອ່ອນຄ່າຂອງຢູໂຣ