ຢູເຄຼນ ຕັດການພົວພັນກັບເກົາຫຼີເໜືອໃນທັນທີບໍ່ດົນຫຼັງຈາກປຽງຍາງປະກາດຮັບຮອງ 2ສາທາລະນະລັດປະຊາຊົນແບ່ງແຍກິນແດນຝັກໃຝ່ຣັດເຊຍ ທາງພາກຕາເວັນອອກຂອງຢູເຄຼນ ນັບເປັນຊາດທີ່ 2ຕໍ່ຈາກຊີເຣຍ ທີ່ໃຫ້ການຮັບຮອງເອກະລາດ 2ແຄ້ວນກະບົດດັ່ງກ່າວ.
“ ເຮົາເບີ່ງວ່າການຕັດສິນໃຈດັ່ງກ່າວ ເປັນຄວາມພະຍາຍາມຂອງປຽງຍາງ ທີ່ຫວັງບ່ອນທຳລາຍອຳນາດ ອະທິປະໄຕແລະບູຮານນະພາບແຫ່ງດິນແດນຂອງຢູເຄຼນ” ກະຊວງການຕ່າງປະເທດຢູເຄຼນໄດ້ລະບຸ
ຄວາມເຄື່ອນໄຫວຂອງເກົາຫຼີເໜືອທີ່ໃຫ້ການຮັບຮອງເອກະລາດຢ່າງເປັນທາງການ 2ແຄວ້ນແບ່ງແຍກດິນແດນ ສາທາລະນະລັດປະຊາຊົນໂດເນດ ແລະ ສາທາລະນະລັດປະຊາຊົນລູຮັນ ເຊິ່ງຕັ້ງຢູ່ໃນເຂດດອນບາສຂອງຢູເຄຼນ ເຮັດໃຫ້ພວດເຂົາເປັນພຽງ 3ປະເທດໃນໂລກ ທີ່ຮັບຮອງເອກະລາດຂອງ 2ແຄວ້ນນີ ຕໍ່ຈາກຣັດເຊຍແລະຊີເຣຍ.