ເຖິງແມ່ນວ່າການນັ່ງໃຫ້ຖືກທ່າຈະເປັນທ່າທີ່ສະບາຍ ແຕ່ຖ້ານັ່ງດົນເກີນໄປກໍອາດຈະເຮັດໃຫ້ເກີດໂລກໄດ້ ຫຼາຍຄົນຕ້ອງນັ່ງເຮັດວຽກໜ້າຄອມ ແບບບໍ່ລຸກໄປໃສເພາະຕິດພັນ ຫຼື ການນັ່ງຂັບລົດດົນໆແລະອື່ນໆ ອາດເຮັດໃຫ້ຮູ້ສຶກປວດຕົນຕວົແລະອາດສ່ຽງໂລກໄພຕ່າງໆອີກດ້ວຍຈາກການທີ່ນັ່ງເປັນເວລາດົນມີດັ່ງນີ້:
1.ໂລກສະໝອງເສື່ອມ: ຮ່າງກາຍຂອງຄົນເຮົາເຂົ້າສູ່ໂມດການເຊບພະລັງງານ ສະໝອງຈະເຮັດວຽກຊ້າລົງ ຮ່າງກາຍຢູູ່ຊື່ໆ ດົນເກີນໄປ ເມື່ອສະໝອງເຂົ້າສູ່ເຊບໂໝດແລ້ວ ເລືອດແລະອອກຊີເຈນຈະສົ່ງໄປຍັງສະໝອງກໍຈະມີໜ້ອຍລົງ ເຮັດໃຫ້ຮູ້ສຶກບໍ່ຊົດຊື່ນແຈ່ມໃສແລະອາດເພີ່ມຄວາມສ່ຽງໃຫ້ສະໝອງເຊື່ອມໄວ.
2.ໂລກຊືມເສົ້າ: ການັ່ງດົນໆນອກຈາກຈະເຮັດໃຫ້ເລືອດແລະອອກຊີເຈນໄປລ້ຽງສະໝອງໄດ້ນ້ອຍລົງ ກໍຍັງສົ່ງຜົນຕໍ່ຮໍໂມນໃນຮ່າງກາຍອີກດ້ວຍ ເພາະເລືອດແລະອອກຊີເຈນ ຈະເຮັດໃຫ້ສະໝອງຫຼັ່ງຮໍໂມນໄດ້ຢ່າງເປັນປົກກະຕິ ແຕ່ຖ້ານັ່ງດົນໆຈະເຮັດໃຫ້ສະໝອງເຂົ້າສູ່ເຊບໂໝດແລະສົ່ງຜົນຕໍ່ອາລົມໄດ້
3.ປວດຄໍແລະປວດຫຼັງ: ສຳລັບຄົນເຮັດວຽກຫ້ອງການຈະມັກມີອາການປວດຫຼັງແລະຄໍຕະຫຼອດຄືເປັນໂລກປະຈຳຕົວ ເພາະການນັ່ງເຮັດວຽກໜ້າຈໍຄອມພິວເຕີ ຕ້ອງພະຍາຍາມຕັ້ງຄໍໃຫ້ຊື່ ນັ່ງໃນທ່າທີ່ຖຶກຕ້ອງທີ່ສຸດ ແຕ່ເວລາຈິງຈັງກັບງານຫຼາຍກໍມັກລືມຕົວ ນັ່ງໃນທ່າທີ່ຕົນເອງສະບາຍແຕ່ບໍ່ຖຶກລັກສະນະເຮັດໃຫ້ປວດຫຼັງແລະປວດຄໍຫຼາຍກວ່າເກົ່າ.
4.ໂລກຕຸ້ຍ: ການນັ່ງດົນໆສົ່ງຜົນກະທົບຕ່ເມຕາລີຊືມໃນຮ່າງກາຍ ເພາະຮ່າງກາຍເຂົ້າສູ່ເຊບໂໝດ ແລະ ເຜົາຜານໜ້ອຍລົງ ເມື່ອການເຜົາຜານພະລັງງານໜ້ອຍລົງແລ້ວ ກໍເພີ່ມໂອກາດສ່ຽງທີ່ຈະເປັນໂລກຕຸ້ຍຫຼາຍກວ່າເກົ່າ ຍິ່ງຖ້າເປັນຄົນທີ່ມັກກິນຈຸບຈິບເວລາເຮັດວຽກ ຈະເພີ່ມຄວາມສ່ຍງຫຼາຍຂື້ນ.
5.ເບົາຫວານ: ການນັ່ງດົນໆສົ່ງຜົນກະທົບການຕອບສະນອງຕໍ່ອິນຊູລິນໃນເລືອດເພາະການນັັ່ງດົນໆສົ່ງຜົນກະທົບຕໍ່ການເຮັດວຍກຂອງຕັບ ແລະ ເຮັດໃຫ້ຕັບອອ່ນຜະລິດອິຊູລິນອອກມາຫຼາຍເກີນຄວາມຈຳເປັນ ແລະ ເຮັດໃຫ້ເພີ່ມຄວາມສ່ຽງຕໍ່ໂລກເບົາຫວານໄດ້ງ່າຍຂື້ນ.