6 ອາຫານທີ່ຊ່ວຍເພີ່່ມໂອກາດໃນການຖືພາງ່າຍຂື້ນ



ສຳລັບຄູ່ຮັກໃດທີ່ມີຄວາມກັງວົນວ່າເປັນຫຍັງບໍ່ມີລູກຈັກເທື່ອ ເຮົາຕ້ອງມີສຸຂະພາບແລະຮ່າງກາຍທີ່ແຂງແຮງ ມືນີ້ແອດຈະມາບອກອາຫານທີ່ເຮັດໃຫ້ເກີດໂອກາດໃນການມີລູກໄດ້ງ່າຍຂື້ນດັ່ງລຸ່ມນີ້:


1.ໝາກກ້ວຍ: ເຊິ່ງອຸດົມໄປດ້ວຍໂພແທດຊຽມ ແລະ ວິຕາມິນບີ 6 ໝາກກ້ວຍຈະຊ່ວຍໃນການປັງປຸງຄວາມອຸດົມສົມບູນ ແລະ ຍັງປັບປຸງຄຸນນະພາບອາສຸຈິ ແລະ ໄຂ່ລວມເຖິງຊ່ວຍຄວບຄຸມຮໍໂມນໃນການສືບພັນ.


2. ຖົ່ວ: ເຊິງເຕັມໄປດ້ວຍໂປູຕິນແລະທາດເຫຼັກ ແລະ ຖົ່ວຍັງສາມາດເປັນທີຮ່ຮູ້ຈັກກັນດີ ໃນການເພີ່ມຄວາມສົມດູນຂອງຄວາມຕ້ອງການທາງເພດຜູ້ຍິງ ແລະ ລະດັບທາດເຫຼັກຕໍ່າໃນຮ່າງກາຍນຳໄປສູ່ການຜະລິດໄຂ່ທີ່ແຂງແຮງ


3.ຜັກໃບຂຽວ: ອຸດົມໄປດ້ວຍໂຟເລດແລະວິຕາມິນບີ ເຊີ່ງເປັນສານອາຫານທີ່ຊ່ວຍໃນການເພີ່ມການຕົກໄຂ່ ແລ້ວຜັກໃບຂຽວຍັງເພີ່ມຄວາມຕ້ອງການທາງເພດຂອງຜູ້ຍິງອີກດ້ວຍ.


4.ມັນຝຣັ່ງ: ເປັນແຫຼ່ງວິຕາມິນຊີທີ່ດີ ມີປະສິດທິພາບໃນການຮັກສາຂໍ້ບົກພ່ອງ ເມື່ອຮັງໄຂ່ຂອງຜູ້ຍິງປ່ອຍຮໍໂມນບໍ່ພຽງພໍ ເຊີ່ງຈະຊ່ວຍໃນການຖືພາ
5.ຜະລິດຕະມັນຈາກນົມ: ຜູ້ຍິງທີ່ຖືພາບໍລິໂພກຜະລິດຕະພັນທີ່ມາຈາກນົມນັ້ນຈະໄດ້ຮັບໄຂມັນຄົບຖ້ວນແລະເຮັດໃຫ້ບັນຫາຈາກການຖືພານັ້ນມີໜ້ອຍລົງ.


6.ນໍ້າມັນໝາກອກ: ເປັນໄຂມັນອີ່ມຕົວທີ່ຫຼຸດອາການອັກເສບໃນຮ່າງກາຍ ໂດຍການອັກເສບມີຜົນຕໍ່ການຕົກໄຂ່ ແລະ ພັດທະນາຂອງຕົວອ່ອນໃນໄລຍະທຳອິດ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page