ລັດຖະບານຮົງກາຣີ ປະກາດພາວິສຸກເສີນກ່ຽວກັບພາວະການສະໜອງອຸປະທານຕືງຕົວ ອັນສືບເນື່ອງມາຈາກມາດຕະການຂວ້ຳບາດພະລັງງານຣັດເຊຍຂອງອີຢູ ເຖິງແມ່ນວ່າຕົນເອງບໍ່ເຫັນພ້ອມ
ໂດຍຜູ້ຊ່ວຍຂອງນາຍົກລັດຖະມົນຕີວິກເຕີ ເອບານ ຖະແຫຼງວ່າຈະຍົກລະດັບກຳລັງຜະລິດກ໊າຊແລະຖ່ານຫີນພາຍນໃນປະເທດ ແລະ ເຕີມເຕັມຄັງສຳຮອງກ໊າຊກ່ອນລະດູໜາວມາຮອດ
ການທີ່ອີຢູຕັດຕົນເອງອອກຈາກການນຳເຂົ້າພະລັງງານຣັດເຊຍ ກູຍາສ ບອກກັບນັກຂ່າວວ່າ ຄາດໝາຍທາງກຸ່ມບໍ່ໜ້າຈະມີກ໊າຊພຍງພໍຕັ້ງແຕ່ລະດູແລ້ງ ເປັນຕົ້ນໄປ ແລະ ໃນມາດຕະການຕອບສະໝອງຕໍວິກິດທາງການສະໝອງດັ່ງກ່າວ ເຂົາໄດ້ຖະແຫຼງແຜນ 7ຂັ້ນ ທີ່ຈະມີຜົນບັງຄັບໃຊ້
ໃນໜື່ງໃນແຜນດັ່ງກ່າວຄື ຮົງກາລີຈະເພີ່ມກຳລັງຜະລິດກ໊າຊພາຍໃນປະເທດຈາກ 1.500-2.000ລ້ານແມັດກ້ອນ ພ້ອມກັບເຕີມເຕັມຄັງສຳຮອງຂອງປະເທດດ້ວຍກ໊າຊຈາກຕ່າງຊາດ ເຊິ່່ງໃນປະຈຸບັນ ກູຍາສ ເຜີຍວ່າຄັງສຳຮອງກ້າຊຂອງປະເທດຢູ່ລະດັບ 44%ຂອງຄວາມຈຸ
ຂະນະດຽວກັນ ລັດຖະບານຂອງເຂົາຈພກຳໜົດມາດຕະການຫ້າມສົ່ງອອກຟືນ ແລະ ຍົກລະດັບສະກັດຖ່ານຫິນພາຍໃນປະເທດ ໂດຍໃນຊ່ວງເວລາດຽວກັນນັ້ນຈະພະຍາຍາມກັບມາເດີນເຄື່ອງໂຮງໄຟຟ້າພະລັງງານຖ່ານຫີນ “ ມາທາ” ໄວທີ່ສຸດເທົ່າທີ່ຈະໄປໄດ້ ຫຼັງປິດປະຕິບັດການໄປບາງສ່ວນ.