ຖືກເອົາຄືນ! EU ບອກລິທົວເນຍບໍ່ໄດ້ຫ້າມຣັດເຊຍສົ່ງສິນຄ້າທາງລົດໄຟໄປຄາລິນິນກຣາດ


ສະຫະພາບຢູໂຣບລະບຸສິນຄ້າທີ່ຖຶກຂວ້ຳບາດຂອງຣັດເຊຍ ຍົກເວັ້ນອາວຸດຍຸດໂທປະກອນ ສາມາດຂົນສົ່ງທາງລົດໄຟຜ່ານດິນແດນຂອງທາງກຸ່ມ ຫຼັງເກີດຄວາມຕືງຄຽດລະຫວ່າງຣັດເຊຍກັບລີທົວເນຍ ຊາດສະມາຊິກອີຢູ ຕໍ່ກໍລະນີທີ່ລິທົວເນຍຫ້າມສົ່ງສິນຄ້າບາງສ່ວນເຂົ້າຄາລິນິນກຣາດ ດິນແດນແຍກໃນທະເລບອນຕິກຂອງມອສໂກ


ເຖິງບໍ່ອານຸຍາດໃຫ້ຂົນສົ່ງທາງຖະໜົນຫົນທາງ ແຕ່ກອບຄຳແນະນຳທາງກົດໝາຍທີ່ເຜີຍແພ່ໂດຍຄນະບໍລິຫານຂອງອີຢູ ລະບຸວ່າ “ ປັດຈຸບັນບໍ່ມີຂໍ້ຫ້າມດັ່ງກ່າວສຳລັບການຂົນສົ່ງທາງລົດໄຟ” ຈາກຣັດເຊຍໄປຍັງຄາລິນິນກຣາດແລະບໍ່ໄດ້ຢູ່ພາຍໃຕ້ຂໍ້ຫ້າມໂດຍເດັດຂາດ


“ ຄະນະກຳມາທິການຂໍເນັ້ນຢໍ້າຄວາມສຳເລັດຂອງການເຝົ້າລະວັງກະແສການຄ້າ 2ທາງລະຫວ່າງຣັດເຊຍແລະຄາລິນິນກຣາດ ເພືຶ່ອຮັບປະກັນວ່າບັນດາສິນຄ້າທີ່ຖຶກຂວ້ຳບາດຈະບໍ່ສາມາດເຂົ້າສູ່ເຂດແດນສູນລະການຂອງອີຢູ” ຄະນະກຳມາທິການອີຢູລະບຸ

ພ້ອມບອກຕໍ່ວ່າການຂົນສົ່ງສິນຄເາທາງທະຫານ ແລະ ສິນຄ້າທີ່ສາມາດນຳໄປໃຊ້ໄດ້ທັງທາງການພານິແລະການທະຫານທີ່ຢູ່ພາຍໃຕ້ມາດຕະການຂວ້ຳບາດເປັນສິ່ງຕ້ອງຫ້າມໂດຍເດັດຂາດໂດຍບໍ່ພິຈາລະນາຮູບແບບຂອງການຂົນສົ່ງໃດໆ

Leave a Reply

Your email address will not be published. Required fields are marked *

You cannot copy content of this page