ສະຫະລັດ-ອິດສະຣາເອວຮ່ວມມືກັນເດີນໜ້າສະກັດອີຣານບໍ່ໃຫ້ມີອາວຸດນິວເຄຼຍໄວ້ຄອບຄອງ

ສະຫະລັດ-ອິດສະຣາເອວຮ່ວມມືກັນເດີນໜ້າສະກັດອີຣານບໍ່ໃຫ້ມີອາວຸດນິວເຄຼຍໄວ້ຄອບຄອງ


ປະທານາທິບໍດີໂຈ ໄບເດັນ ແຫ່ງສະຫະລັດແລະ ທ່ານຍາອີ ລາປິດ ນາຍົກລັດທະມົນຕີອິດສະຣາເອວ ຈະລົງນາມໃນສົນທິສັນຍາຄວາມຮ່ວມມືກັນ ເພື່ອຂັດຂວາງບໍ່ໃຫ້ອີຣານມີອາວຸດນະເຄຼຍໄວ້ໃນຄອບຄອງເຊິ່ງເປັນມື້ທີ່ສອງໃນການຢ້ຽມພື້ນທີ່ຕາເວັນອອກກາງຂອງຜູ້ນຳສະຫະລັດ


ເຈົ້າໜ້າທີ່ຂອງລັດຖະບານສະຫະລັດເປີດເຜີຍກັບນັກຂ່າວວ່າ ສັນຍາຄວາມຮ່ວມມືດັ່ງກ່າວເປັນການຂະຫຍາຍຄວາມສຳພັນດ້ານຄວາມໝັ້ນຄົງທີ່ມີມາດົນນານລະຫວ່າງສະຫະລັດແລະອິດສະຣາເອວ


ເຈົ້າໜ້າທີ່ສະຫະລັດບອກວ່າ ການປະກາດຄວາມຮ່ວມມືໃນຄັ້ງນີເປັນການຊື້ເວລາຮ່ວມກັບອິດສະຣາເອວຫຼືບໍ່ໃນຊ່ວງທີ່ສະຫະລັດຍັງຫາທາງເຈລະຈາກັບອີຣານ ເຈົ້້າໜ້າທີ່ລະບຸວ່າ “ ຫາກອີຣານຕ້ອງການລົງນາມຂໍ້ຕົກລົງນິວເຄຼຍທີ່ເຄີຍເຈລະຈາກັນໃນກຮຸງວຽນນາ ເຮົາກໍໄດ້ສະແດງໃຫ້ເຫັນຊັດເຈນຫຼາຍແລ້ວວ່າເຮົາພ້ອມທີ່ຈະລົງນາມ ແຕ່ຫາກອີຣານຍັງບໍ່ຍອມ ເຮົາກໍຈະເດີນໜ້າກົດດັນດ້ວຍການຂວ້ຳບາດຕໍ່ໄປແລະຈະໃຊ້ມາດຕະການໂດດດ່ຽວທາງການທູດກັບອີຣານ”

Leave a Reply

Your email address will not be published. Required fields are marked *

You cannot copy content of this page