ຍຸກສະໄໝນີ້ເຂົ້າຍາກໝາກແພງ ລາຍໄດ້ໜ້ອຍແລະຍັງຕ້ອງປະເຊີນກັບເສດຖະກິດຖົດຖອຍອີກ ເຊິ່ງລາຍໄດ້ເຕີບໂຕບໍ່ທັນຄ່າຄອງຊີບແນ່ນອນ ຖ້າທຸກຄົນຢາກເອົາຕົວລອດໃນຍຸກເສດຖະກິດແບບນີ້ ແອດຈະມາບອກເທັກນິດເອົາຕົວລອດດັ່ງນີ້:
1.ປັບປ່ຽນມາຜະລິດບໍລິໂພກພາຍໃນຄົວເຮືອນ: ຄວນປູກຜັກສວນຄົວນ້ອຍໆ ດັ່ງຄໍາທີ່ວ່າ ກິນທຸກຢ່າງທີ່ປູກ ແລະ ປູກທຸກຢ່າງທີ່ກິນ ຈະຊ່ວຍໃຫ້ເຮົາປະຢັດບໍ່ຕ້ອງຊື້້ຜັກຈາກຕະຫຼາດ ຖ້າໃຜຢູ່ຫ້ອງເຊົ່າໃຫ້ລອງຫາສິ່ງມາດັດແປງເປັນກະຖາງໃສ່ດິນ ປູກຜັກຫ້ອຍວາງຕາມລະບຽງ ນອກຈາກຈະໄດ້ຜັກກິນເອງແລ້ວຍັງເປັນຜັກທີ່ປູກເອງປອດສານຜິດອີກດ້ວຍ.
2.ຄິດກ່ອນຈະໃຊ້ຈ່າຍອັນໃດທີ່ບໍ່ຈໍາເປັນຫຼາຍ: ຄວນຄິດໃຫ້ດີທກ່ອນສິ່ງໃດທີ່ເຮົາຄວນຈະຊື້ມານັ້ນມາຄວາມຈໍາເປັນຫຼາຍໜ້ອຍພຽງໃດ ຖ້າສີ່ງທີ່ກ່ຽວກັບເລື່ອງປາກທ້ອງຄື ເຂົ້າສານອາຫານແຫ້ງ ຂອງແບບນີ້ເປັນສິ່ງຈໍາເປັນໃນການດໍາລົງຊີວິດ ສ່ວນສິ່ງຂອງທີ່ເປັນພວກເສື້ອຜ້າ ເຄື່ອງແຕ່ງກາຍ ກະເປົາ ເກີນ ສິນຄ້າຕ່າງໆອາດຕ້ອງຄິດກ່ອນຊື້ເພາະບາງຢ່າງກໍອາດຈະບໍ່ຈໍາເປັນ
3.ຮູ້ຈັກປະຢັດໃຊ້ຂອງເກົ່າ: ຮູເຈັກປະຍຸກໃຊ້ຂອງເກົ່າຫຼືນໍາຂອງເກົ່າກັບມາໃຊ້ໃໝ່ລອງສໍາຫຼວດເບີ່ງໃນບ້ານວ່າສິ່ງຂອງອັນໃດທີ່ຍັງພໍໃຊ້ໄດ້ ແຕ່ສະພາບເກົ່າກໍບໍເປັນຫຍັງ ຫາກສາມາດນໍາມາຊ່ອມແຊມຫຼືດັດແປງກັບມາໃຊ້ງານໄດ້ ຈະຊ່ວຍໃຫ້ເຮົາປະຢັດເງີນໃນກະເປົາໄດ້ບໍ່ຕ້ອງເປືອງເງີນຊື້ແລະຍັງໄດ້ຝຶກຄິດໄອເດຍໃໝ່ໃນຕົວ.
4.ຫາລາຍໄດ້ເສີມ: ບໍ່ຄວນມີລາຍໄດ້ທາງດຽວ ຕ້ອງຊອກຮູ້ສິ່ງໃໝ່ໆທີ່ໄດ້ເງີນມາເພື່ອໃຫ້ມີລາຍໄດ້ເສີມ ຄວນຫາສິນຄ້າທີ່ກໍາລັງເປັນທີ່ນິຍົມໃຊ້ມາຂາຍ ຫຼື ສິ່ງຂອງຕ່າງທີ່ຈະຊ່ວຍໃຫ້ເຮົາມີລາຍໄດ້ເພີ່ມ.
5.ສ້າງນິໄສໃນການເກັບອອມ: ຄືການມີລາຍໄດ້ເຂົ້າມາໃຫ້ອອມກ່ອນເລີຍແລ້ວຄ່ອຍເອົາເງີນທີ່ເຫຼືອມາໃຊ້ຈ່າຍ ສົມໝຸດອອມ 20%ຂອງເງີນເດືອນແລ້ວທ້າຍເດືອນມາເງີນບໍ່ພໍໃຊ້ຫາກບໍ່ເຖິງທີ່ສຸດແທ້ໆຢ່າເອົາເງີນທີ່ອອມໄວ້ອອກມາໃຊ້ໃຫ້ພະຍາຍາມໄປຫາເຮັດວຽກເສີມຫາລາຍໄດ້ເພີ່ມຈະໄດ້ມີແຮງພັກດັນຕົວເອງໃນການອອກໄປເຮັດວຽກໃຫ້ຫຼາຍຂື້ນ.
6.ມີບັນຊີລາຍຮັບ-ລາຍຈ່າຍປະຈໍາວັນ: ຢ່າຄິດວ່າການບັນທຶກບັນຊີບໍ່ສໍາຄັນທີ່ຈິງແລ້ວບໍ່ຄວນເບີ່່ງຂ້າມເລີຍ ເພາະບັນຊີຈະເຮັດໃຫ້ເຮົາຮູ້ວ່າເຮົາມີລາຍຮັບເທົ່າໃດ ມີລາຍຈ່າຍໝົດໄປກັບສິນຄ້າປະເພດໃດແດ່ແລະເຮົາມີພາລະທີ່ຕ້ອງຊໍາລະຄ່າອັນໃດເຮົາຈະໄດ້ເຫັນພາບຂອງຄ່າໃຊ້ຈ່າຍທັງໝົດໃນແຕ່ລະເດືອນແລະຕົວເລກເຫຼົ່ານີ້ປຽບເໝືອນເຄື່້ອງເຕືອນສະຕິບໍ່ໃຫ້ເຮົາໃຊ້ຈ່າຍເງີນຈົນເກີນຕົວໂດຍບໍ່ຮູ້ຈັກຫ້າມ.