ໃນການເຈລະຈາລະຫວ່າງຜູ້ນຳຣັດເຊຍແລະຕຸຣາກີ ປູຕິນຢໍ້າວ່າຣັດເຊຍພ້ອມອຳນວຍຄວາມສະດວກໃນການສົ່ງອອກທັນຍາພືດແລະສິນຄ້າດ້ານອາຫານຈາກທ່າເຮືອຂອງຢູເຄຼນ.
ໂດຍການເຈລະຈາຈາກລັດຖະບານຣັດເຊຍລະບຸວ່າ ປູຕິນກ່າວວ່າ ຣັດເຊຍພ້ອມທີ່ຈະອຳນວຍຄວາມສະວດໃນການສົ່ງອອກທັນຍາພືດແລະສິນຄ້າອາຫານຈາກທ່າເຮືອຂອງຢູເຄຼນໂດຍພ້ອມປະສານງານກັບຕຸຣາກີຄໃນການສົ່ງອອກສິນຄ້າກຸ່ມດັ່ງກ່າວ.
ບັນຫາການຂາດແຄຼນອາຫານທົ່ວໂລກຂະນະນີ້ ເປັນຜົນມາຈາກນະໂຍບາຍ “ເບິ່ງການໃກ້” ຂອງຊາດຕາເວັນຕົກແລະເສີມວ່າຣັດເຊຍພ້ອມທີ່ຈະສົ່ງອອກປຸ໋ຍແລະອາຫານໃນປະລິມານຫຼາຍໃນກໍລະນີທີ່ການຂວ້ຳບາດຣັດເຊຍຖຶກຍົກເລີກ.
ລັດຖະບານຣັດເຊຍລະບຸວ່າ ໃນລະຫວ່າງການຫາລືກ່ຽວກັບສະຖານະການໃນຢູເຄຼນການຫາລືຂອງຜູ້ນຳທັງສອງເນັ້ນໄປທີ່ການສ້າງຄວາມໝັ່ນໃຈໃນການເປີດເສັ້ນທາງປອດໄພໃນທະເລດຳແລະທະເລອາຊັອບແລະກຳຈັດໄພຄຸກຄາມຈາກທຸ່ນລະເບີດໃນນ່ານນ້ຳດັ່ງກ່າວ.
“ຝ່າຍຣັດເຊຍພ້ອມໃນການອຳນວຍຄວາມສະດວກໃນການຂົນສົ່ງສິນຄ້າທາງທະເລໂດຍບໍ່ມີຂໍ້ຈຳກັດ ຈະປະສານງານກັບພັນທະມິດຕຸຣະກີ ເຊິ່ງລວມເຖິງການສົ່ງອອກທັນຍາພືດຈາກທ່າເຮືອຢູເຄຼນດ້ວຍ”