ຝຣັ່ງໂວຍຣັດເຊຍໃຊ້ການຕັດກ໊າຊເປັນອາວຸດ ແນະປະຊາຊົນປະຢັດພະລັງງານຮັບມືວິກິດລະດູໜາວ

ຝຣັ່ງໂວຍຣັດເຊຍໃຊ້ການຕັດກ໊າຊເປັນອາວຸດ ແນະປະຊາຊົນປະຢັດພະລັງງານຮັບມືວິກິດລະດູໜາວ


ປະທານາທິບໍດີ ເອັມມານູເອວ ມາຄົງ ກ່າວວ່າຣັດເຊຍກຳລງັໃຊ້ວິທີຕັດການສົ່ງກ້າຊໃຫ້ແກ່ຢູໂຣບເປັນອາວຸດໃນສົງຄາມກັບຢູເຄຼນແລະຝຣັ່ງຕ້ອງຮຽນຮູ້ຢ່າງວ່ອງໄວໃນການຢູລອດໂດຍປາສະຈາກກ໊າຊຣັດເຊຍ ພ້ອມຮຽກຮ້ອງປະຊາຊົນທຸກຄົນຫຼຸດການໃຊ້ພະລັງງານ.


ໃນການປາໄສຜ່ານສະຖານີໂທລະທັດເນື່ອໃນວັນຊາດຝຣັ່ງ ມາຄົງເຜີຍວ່າໄວໆນີ້ເຂົາຢື່ນແຜນຄວບຄຸມທາງພະລັງງານ ຈື່ງຈະຂໍໃຫ້ພົນລະເມືອງທຸກຄົນມີໜ້າທີ່ປະຢັດພະລັງງານຄືປະໄຟຕອນອອກຈາກສຳນັກງານ.


“ ເຮົາຈຳເປັນຕ້ອງກຽມພ້ອມຕົນເອງສຳລັບເຫດການໜື່ງທີ່ເຮົາຮັບມືກັບການປາສະຈາກກ໊າຊຂອງຣັດເຊຍໂດຍສິ້ນເຊີງ ຣັດເຊຍກຳລງັໃຊ້ພະລັງງານເປັນອາວຸດໃນສົງຄາມ” ເຂົາກ່າວ ພ້ອມລະບຸຄວາມຂັດແຍ້ງໃນຢູເຄຼນ “ ອາດແກ່ຍາວ”


ລາຄາພະລັງງງານດີດຕົວຂື້ນຢູ່ກ່ອນແລ້ວ ຕັ້ງແຕ່ກ່ອນໜ້າຣັດເຊຍເປີດສາກຮຸກຮານຢູເຄຼນໃນຊ່ວງທ້າຍເດືອນກຸມພາ ແລະ ມຸ່ງໜ້າທະຍານຍິ່ງຂື້ນອີກນັບຕັ້ງແຕ່ນັ້ນ ເຮັດໃຫ້ບັນດາຊາດເສດຖະກິດຫຼັກໆ ຂອງໂລກຕ້ອງປະເຊີນໜ້າກັບພາວະເສດຖະກິດເງີນເຟີ້ລະດັບສູງສຸດໃນຮອບຫຼາຍສະຕະວັດ

Leave a Reply

Your email address will not be published. Required fields are marked *

You cannot copy content of this page