ໄບເດັນ ຊ່ວຍບໍລິສັດແກ໊ສອາເມລິກາ ຂະນະທີ່ EU ຕົກຕໍ່າຍ້ອນແຜນການແຊກແຊງຣັດເຊຍ

ໄບເດັນ ຊ່ວຍບໍລິສັດແກ໊ສອາເມລິກາ ຂະນະທີ່ EU ຕົກຕໍ່າຍ້ອນແຜນການແຊກແຊງຣັດເຊຍ

ສະຫະລັດແຊງໜ້າຣັດເຊຍໄດ້ເປັນທາງທຳອິດໃນການຄອງຖານະເປັນອັນດັບໜື່ງຂອງຜູ້ສົ່ງແກ໊ສໃຫ້ແກ່ຢູໂຣບ ເຖິງແມ່ນວ່າແກ໊ສທຳມະຊາດເຫຼວ ຈາກສະຫະລັດຂານກັນໃນຢູໂຣບດ້ວຍລາຄາສູງກວ່າຫຼາຍເມື່ອທຽບກັບແກ໊ສຈາກສາຍທໍ່ສົ່ງໃຫ້ໂດຍຣັດເຊຍ ແຕ່ພວກປະເທດອີຢູບໍ່ມີທາງເລືອກ.


ໃນທຳນຽບຂາວ ປະທານາທິບໍດີໂຈ ໄບເດັນ ຂອງສະຫະລັດ ເປີດເຜີຍວ່າສິ່ງທີ່ຊວນໃຫ້ຕົກໃຈເຂົາບອກວ່າ “ ສິ່ງທີ່ວ່າພວກເຮົາກຳລັງຈະສາມາດກົດສະວິດແລ້ວເຮັດໃຫ້ລາຄານ້ຳມັນເຊື້ື້ອໄຟຫຼຸດຕ່ຳລົງມານັ້ນ ມັນຍັງບໍ່ໜ້າຈະເປັນແບບນັ້ນໄດ້ໃນອານາຄົດອັນໃກ້ນີ້”


ບໍລິສັດຜູ້ສົ່ງແກ໊ສອາເມລິການັ້ນ ຕ່າງກຳລັງວາງຕຳແໜ່ງຂອງພວກເຂົາໃຫ້ຢຸູ່ໃນຖານະທີ່ຈະເຂົ້າເຕີມເຕັມຊ່ອງຫວ່າງທີ່ເກີດຂື້ນຈາກການທີ່ຢູໂຣບປະຕິເສດບໍ່ນຳເຂົ້າແກ໊ສຣັດເຊຍ.
ຈາກການລານງານ “ ພວກຜູ້ຜະລິດແກ໊ສທຳມະຊາດເຫຼວ ສະຫະລັດຫາກໍປະກາດການເຮັດຂໍ້ຕົກລົງຈຳນວນໜື່ງທີ່ເຮັດໃຫ້ການສົ່ງອອກເພີ່ມສູງຂື້ນ ຂະນະທີ່ອຸດສາຫະກຳນີ້ສວຍໃຊ້ປະໂຫຍດຈາກພາວະຂາດແຄຼນເຊິ່ງຖິ້ມໃຫ້ຢູໂຣບຕ້ອງຈົມຢູ່ກັບວິກິດພະລັງງານທີ່ໜັກໜ່ວງຂື້ນເລື້ອຍໆ”

Leave a Reply

Your email address will not be published. Required fields are marked *

You cannot copy content of this page