ເຮົາອາດຈະພົບແຮງບັນດານໃຈໄດ້ທົ່ວໄປໃນການໃຊ້ຊີວິດປະຈຳວັນ ບໍ່ວ່າຈະເປັນການເບິ່ງໜັງ,ອ່ານໜັງສື,ຟັງເພງ ຫຼືເວົ້າກັບໃຜຈັກຄົນ ແຕ່ແຮງບັນດານໃຈນັ້ນບໍ່ໄດ້ມາຫາເຮົາຕະຫຼອດເວລາ ບາງຄັ້ງເຮົາອາດຈະຮູ້່ສຶກວ່າຕອນນີ້ບໍ່ມີຈິດໃຈເຮັດອັນໃດເລີຍ ມັນເຮັດໃຫ້ຊີວິດເຊື່ອງຊ້າກວ່າທີ່ຄວນຈະເປັນ ເພາະແຮງບັນດານໃຈນັ້ນເປັນສິ່ງສຳຄັນທີ່ຈະຊ່ວຍໃຫ້ເຮົາເລີ່ມຕົ້ນສິ່ງໃໝ່ໆ ແລະ ກ້າວໄປຂ້າງໜ້າໄດ້.
1.ຕັ້ງສະມາທິ: ການຕັ້ງສະມາທິນັ້ນມີຜົນຕໍ່ພາວະທາງຈິດ ມັນຊ່ວຍໃຫ້ເຮົາສາມາດທົບທວນອາລົມຕ່າງໆໄດ້ເຊັ່ນ: ຄວາມໂມໂຫ,ຄວາມຄຽດຫຼືເລື່ອງຄວາມຮັກ ໃນທາງຈິດວິທະຍາແລ້ວມີການຄົ້ນພົບວ່າການຕັງສະມາທິຈະຊ່ວຍຫຼຸດຄວາມວິຕົກກັງວົນ ແລະ ເຮັດໃຫ້ອາລົມໝັ່ນຄົງຂື້ນ.
2. ຢຸດໃຊ້ໂຊຊຽວທຸກປະເພດ: ບໍ່ວ່າຈະເປັນໃນໂທລະສັບຫຼືຄອມພິວເຕີ ທັງນີ້ກໍເພື່ອທີ່ຈະໃຫ້ຕົນເອງໄດ້ພັກຜ່ອນ ຈື່ໄວ້ວ່າໃນອາດີດທີ່ຍັງບໍ່ມີໂທລະສັບມືຖື ຜູ້ຄົນກໍຍັງມີວິທີຫຼາກຫຼາຍໃນການຜ່ອນຄາຍຫຼືຫຼິ້ນຕ່າງໆ ບາງທີອາດຈະເປັນການໂອ້ລົມກັບໝູ່ເພື່ອຫຼືອອກໄປຍ່າງຫຼີ້ນ ຜົນຈາກການວິໄຈພົບວ່າຄົນທີ່ໃຊ້ອຸປະກອນເທົ່າທີ່ຈຳເປັນນັ້ນສາມາດເັຮດວຽກໄດ້ມີປະສິດທິພາບຫຼາຍຂືນ.
3. ເຮັດໃຫ້ຊີວິດບໍ່ຮີບຮ້ອນເກີນໄປ: ທຸກມື້ນີ້ເປັນເລື່ອງປົກຕິແລ້ວທີ່ຄົນເຮົາມັກຈະຮີບຮ້ອນເຮັດໃນສິ່ງຕ່າງໆ ໃຫ້ສຳເລັດ ຈົນພວກເຂົາບໍ່ມີເວລາໃນຮ່າງກາຍກັບສະໝອງໄດ້ພັກຜ່ອນ ໃນທາງສຸຂະພາບແລ້ວຄົນເຮົາຄວນມີເວລາພັກຜ່ອນຈາກງານທີ່ເໝາະສົມເພືອ່ເປັນການຟື້ນຟູສະໝອງນັ້ນເອງ.
4.ປະຕິຫານແຫ່ງດົນຕີ: ດົນຕີນັ້ນມີຜົນຕໍ່ສະໝອງແລະຫົວໃຈເພາະເວລາທີ່ເຮົາຟັງເພງ ໂດຍສະເພາະເພງທີ່ເຮົາມັກ ມັນເປັນສິ່ງທີ່ຊ່ວຍໃຫ້ເຮົາຜ່ອນຄາຍທາງອາລົມ ແລະ ເຊື່ອມຕໍ່ສະໝອງກົັບຈິດສຳນຶກຂອງເຮົາດ້ວຍກັນ ບາງທີເຮົາອາດຟັງເພງເບົາໆ ເພື່ອເປັນການຜ່ອນຄາຍຈາກເລື່ອງຄຽດໆ.
5.ຮ້ອງດັງໆອອກມາ: ຈິດຂອງຄົນເຮົາປຽບໄດ້ກັບຂີເຫຍື້ອ ຖ້າເຮົາບໍ່ລະບາຍສິ່ງເຫຼົ້່ານັ້ນທີ່ຢູ່ໃນໃຈອອກມາເຮົາກໍຈະຮູ້ສຶກເມື່ອຍລ້າແລະຄຽດຫຼາຍເກີນໄປ ພຽງແຕ່ເຮົາຮ້ອງອອກມາດັງໆຈະເຮັດໃຫ້ໃນໃຈຮູ້ສຶກລ່ວງໃຈຂື້ນ.