ອິນເດຍໃກ້ແຊງຈີນເປັນປະເທດທີ່ມີປະຊາກອນຫຼາຍສຸດໃນໂລກພາຍໃນ 2023

ອິນເດຍໃກ້ແຊງຈີນເປັນປະເທດທີ່ມີປະຊາກອນຫຼາຍສຸດໃນໂລກພາຍໃນ 2023


ອົງການສະຫະປະຊາຊາດ (ຢູເອັນ) ເຜີຍວ່າ ອິນເດຍ ມີແນວໂນ້ມແຊງໜ້າຈີນຂືນເປັນຊາດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກພາຍໃນປີ 2023 ພ້ອມເຕືອນວ່າອັດຕາການຈະເລີນພັນທີ່ສູງຂື້ນອາດກາຍເປັນອຸປະສັກຕໍ່ການຂະຫຍາຍຕົວທາງເສດຖະກິດຂອງອິນເດຍ.


ຈາກການລາຍງານຂຶງຢູເອັນເຜີຍວ່າໃນວັນປະຊາກອນໂລກລະບຸວ່າ ຈຳນວນປະຊາກອນທົ່ວໂລກຈະແຕະຫຼັກ 8.000ລ້ານຄົນ ແລະ ຈະເພີ່ມເປັນ 8.500ລ້ານຄົນ ພາຍໃນປີ 2030ແລະ 10.400ລ້ານຄົນພາຍໃນປີ2100


ອິນເດຍເຄີຍມີປະຊາກອນທັງໝົດ 1.210ລ້ານຄົນເມື່ອໃນປີ 2011 ຕາມການສຳຫຼວດສຳມະໂນຄົວປະຊາກອນທີ່ລັດຖະບານເຮັດທຸກ 10ປີ ໃນປີ2021ນັ້ນຍັງບໍ່ມີຂໍ້ມູນເນື່ອງສະຖານະການໂຄວິດ-19 ເຮັດໃຫ້ລັດຖະບານຕ້ອງເລື່ອນການສຳຫຼວດອອກໄປກ່ອນ.


ມີການປະເມີນວ່າ ອັດຕາການເພີີມຂື້ນຂອງປະຊາກອນໂລກຢູ່ໃນລະດັບຕໍ່າສຸດນັບຕັ້ງແຕ່ປີ 1950 ເປັນຕົ້ນມາ ໂດຍເພີ່ມຂື້ນບໍ່ເຖິງ 1%ໃນປີ 2020.

Leave a Reply

Your email address will not be published. Required fields are marked *

You cannot copy content of this page