ຊາວເນັດເດືອດ! ພໍ່ຈີນເອົາລູກອາຍຸ 5ປີໄປຖີ້ມໄວ້ໂຮງຮຽນຫຼັງກວດ DNA ແລ້ວບໍ່ແມ່ນລູກຕົນເອງ

ຊາວເນັດເດືອດ! ພໍ່ຈີນເອົາລູກອາຍຸ 5ປີໄປຖີ້ມໄວ້ໂຮງຮຽນຫຼັງກວດ DNA ແລ້ວບໍ່ແມ່ນລູກຕົນເອງ


ເປັນຂ່າວທີ່ກຳລັງມາແຮງໃນຈີນທີ່ເສົ້າສະຫຼົດໃຈ ເມື່ອຜູ້ເປັນພໍ່ຄົນໜື່ງໄດ້ຖິ້ມລູກຊາຍ ອາຍຸ 5ປີ ໄວ້ໂຮງຮຽນອານຸບານ ຫຼັງຮູ້ຜົນກວດດີເອັນເອວ່າເັດນ້ອຍບໍ່ແມ່ນລູກແທ້ໆຂອງເຂົາ.



ເຊິ່ງມີການບອກວ່າຖຶກພໍ່ຖິ້ມໄວ້ໂຮງຮຽນອານຸບານແຫ່ງໜື່ງໃນເຂດປົກຄອງຕົນເອງເຜົ່າຈ້ວງກວງຊີ ທາງຕອນໃຕ້ຂອງຈີນ
ຜູ້ຊາຍຄົນນີ້ໄດ້ບອກກັບຄູທີ່ໂຮງຮຽນວ່າເຂົາຫາກໍຮູ້ຕົວວ່າບໍ່ແມ່ນພໍ່ແທ້ໆຂອງເດັກຊາຍດັ່ງນັ້ນຈື່ງຂໍຍົກເດັກໃຫ້ທາງໂຮງຮຽນເບິ່ງແຍງບໍ່ຂໍຮັບຜິດຊອບອັນໃດອີກ.


ເຊິ່ງຄູໃນໂຮງຮຽນໄດ້ເລົ່າວ່າ ກະເປົາຂອງເດັກນ້ອຍມີເສື້ອຜ້າກັບໂທລະສັບ 1ໜ່ວຍ ແລະຫຼັງຈາກທີ່ຖິ້ມເດັກນ້ອຍໄປແລ້ວ ຊາຍຜູ້ເປັນພໍ່ກໍຍັງຕິດຕໍ່ກັບໂຮງຮຽນຢູ່ ແຕ່ປະຕິເສດທີ່ຈະມາຮັບເດັກນ້ອຍກັບບ້ານແລະເມື່ອຄູໄປຫາຮອດບ້ານກໍພົບວ່າບໍ່ມີໃຜຢູ່ແລ້ວ.


ຕຳຫຼວດກໍພະຍາຍາມຕິດຕໍ່ໄປຍັງຍາດພີ່ນ້ອງຂອງເດັກແຕ່ກໍຖຶກປະຕິເສດທີ່ຈະຮັບເດັກໄປເບິ່ງແຍງເຊັ່ນກັນ ຫຼັງຈາກຖຶກຖິ້ມຢູ່ໂຮງຮຽນ 5ມື້ ລ່າສຸດມີຂ່າວວ່າແມ່ແທ້ໆ ຂອງເດັກຈະໄປຮັບລູກຂອງເຂົາທີ່ໂຮງຮຽນ.
ເຫດການທີ່ເກີດຂື້ນມີສຽງວິຈານຢ່າງດຸເດຶອດຈາກບັນດາຊາວເນັດ ເຊິ່ງຕ່າງໂພສຂໍ້ຄວາມວ່າຮູ້ສຶກອີຕົນສົງສານເດັກນ້ອຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page