ນາຍົກຮົງກາລີເຜີຍຢູໂຣບຂວ້ຳບາດຣັດເຊຍເທົ່າກັບທຳຮ້າຍຕົນເອງ

ນາຍົກຮົງກາລີເຜີຍຢູໂຣບຂວ້ຳບາດຣັດເຊຍເທົ່າກັບທຳຮ້າຍຕົນເອງ


ທ່ານ ວິກເຕີ ອໍບານ ນາຍົກລັດຖະມົນຕີຂອງຮົງກາລີເປີດເຜີຍວ່າ ສະຫະພາບຢູໂຣບ (EU) ອາດທຳຮ້າຍຕົນເອງ ດ້ວຍການຂວ້ຳບາດຣັດເຊຍໂດຍບໍ່ພິຈາລະນາເຖິງຜົນກະທົບຕໍ່ເສດຖະກິດ ເຊິ່ງຖ້າຫາກບໍ່ຍົກເລີກການຂວ້ຳບາດ ກໍສ່ຽງທີ່ຈະທຳຮ້າຍເສດຖະກິດຂອງອີຢູໄປດ້ວຍ.


ຈາກການລາຍງານບອກວ່າ ກ໊າຊທີ່ສົ່ງໄປຍັງຢູໂຣບນັ້ນຕືງຕົວ ແລະ ຕົ້ນທືນເຊື້ອໄຟກໍພຸ່ງສູງຂື້ນນັບຕັ້ງແຕ່ຣັດເຊຍຮຸກຮານຢູເຄຼນ ແລະນຳມາເຊິ່ງການຖຶກຂວ້ຳບາດ ເຮັດໃຫ້ຫຼາຍປະເທດຕ່າງຮີບຮ້ອນຫານ້ຳມັນແລະກ໊າຊຈາກຊ່ອງທາງອື່ນທົດແທນ.


ລາຄາກ້າຊແລະຄ່າໄຟຟ້າພຸທະຍານຂື້ນ ເຮັດໃຫ້ທ່ານ ອໍບານ ຕ້ອງຍຸຕິການຈຳກັດເພດານເກັບເງີນຜົນປະໂຫຍດ ຫຼັງພະຍາຍາມຄງບຄຸມມາຫຼາຍປີ ສຳລັບການໃຊ້ງານໃນຄົວເຮືອນ ນັບເປັນການຍຸດຕິໜື່ງໃນນະໂຍບາຍເສດຖະກິດສຳຄັນຂອງທ່ານ ອໍບານ


“ ໃນຕອນທຳອິດ ຄິດວ່າເຮົາຍິງຕົນເອງ ແຕ່ຕອນນີ້ຊັດເຈນແລ້ວວ່າ ຢູໂຣບນັ້ນຍິງຕົນເອງແລະກຳລັງຫາຍໃຈບໍ່ອອກ” ທ່ານ ອໍບານວິຈານການຂວ້ຳບາດມາໂດຍຕະຫຼອດກ່າວ

Leave a Reply

Your email address will not be published. Required fields are marked *

You cannot copy content of this page