7 ທັກສະການເຂົ້າສັງຄົມງ່າຍໆ ທີ່ເຮັດໃຫ້ຕົນເອງກາຍເປັນຄົນທີ່ໜ້າປະທັບໃຈ


ການຈະເປັນທີ່້່ຊື່ນຊົມທາງສັງຄົມຫຼ\ືບໍ່ນັ້ນ ລ້ວນແຕ່ຢູ່ພາຍໃຕ້ການຄວບຄຸມຂອງຕົນເອງ ພຽງແຕ່ຕ້ອງໃຊ້ທັກສະທາງສັງຄົມເລັກໜ້ອຍທີ່ຈະຊ່ວຍເສີມ EQ ໃນຕົນເອງ ເພື່ອເປັນຕົວຊ່ວຍປັບປ່ຽນໃຫ້ເຮົາກາຍເປັນທີ່ຊື່ນຊົມຈາກຄົນອ້ອມຂ້າງຫຼາຍຂື້ນ ມື້ນີ້ແອດຈະມາບອກ 7ວິທີຈະຊ່ວຍເສີມສ້າງທັກສະນິໄສອັນລໍ້າຄ່າແລະກາຍເປັນຄົນທີ່ໜ້າຊື່ຊົມດັ່ງລຸ່ມນີ້:


1.ຮູ້ຈັກເບິ່ງສາຍຕາ: ເປັນເລື່ອງງ່າຍໆທີ່ໃຜຫຼາຍຄົນລືມຄິດ ແຕ່ຈຳເປັນຫຼາຍຕໍ່ການໃຊ້ໍຊີວິດ
ລັກສະນະທີ່ມີສະເໜ່ດືງດູດຫຼາຍທີ່ສຸດຂອງຄົນເຮົາຄື ຄວາມໝັ່ນໃຈແຕ່ການແນະນຳໃຫ້ຄົນ ຄົນໜື່ງສະແດງຄວາມໝັ່ນໃຈອອກໄປຊື່ໆ ອາດຈະບໍ່ຖຶກຕ້ອງສະເໝີໄປ ແລ້ວທາງໃດທີ່ເປັນທາງທີ່ດີ ລອງຫາວິທີສະແດງອອກໄກ້ໃນທາງອ້ອມຜ່ານການມີປະຕິກິຍາໂຕ້ຕອບເຊິ່ງກໍຄືການສົບຕາ


2.ວາງໂທລະສັບລົງແລ້ວໃຫ້ຄວາມສົນໃຈກັນຄົນທີ່ຢູ່ຕໍ່ໜ້າ: “ຈົ່ງໃສ່ໃຈກັບຄູ່ສົນທະນາ ຢຸດເຮັດສິ່ງອື່ນ ແລະ ຢ່າຂັດຈັງຫວະ” ຢຸດຫຼິ້ນໂທລະສັບຈົນກວ່າຈະສິ້ນສຸດບົດສົນທະນານັ້ນໆ ເປັນອີກໜື່ງວິທີ່ທີ່ສາມາດເຮັດໄດ້ງ່າຍ ແລະໄດ້ຜົນດີ.


3.ການເອີ້ນຊື່ຂອງຄູ່ສົນທະນາ: ຈື່ໄດ້ບໍວ່າຮູ້ສຶກດີເທົ່າໃດເມື່ອມີຄົນມາທັກທາຍດ້ວຍການເອີນຊື່ຫຼືເອີ້ນຊື່ໃນລະຫວ່າງບົດສົນທະນາ ຫາກເປັນຄົນທີ່ຈື່ຊື່ຄົນບໍ່ຄ່ອຍໄດ້ ລອງໃຊ້ວິທີຫາປື້ມບັນທຶກມາຈົດ ບໍ່ດັ່ງນັ້ນກໍຈື່ດ້ວຍຮູບຫຼືສິ່ງໃດກໍຕາມທີ່ສື່ເຖິງຊື່ຄົນນັ້ນປະກອບກັນດ້ວຍ.


4.ການຍີ້ມ: ຢ່າຄິດວ່າຮອຍຍີ້ມບໍ່ສຳຄັນເດັດຂາດແລະສຽງຫົວ ການເລົ່າເລື່ອງຕະຫຼົກທີ່ສາມມາດຊ່ວຍໄດ້ ຄົນສ່ວນຫຼາຍຈະເປັນຮຽນແບບພາສາກາຍຂອງຄູ່ສົນທະນາໂດຍບໍ່ຮູ້ຕົວ ນັ້ນໝາຍຄວາມວ່າ ຖ້າເຈົ້າຢາກຈະເປັນທີ່ຊື່ນຊົມກໍໃຊ້ພາສາກາຍໃນດ້ານບວກ ແລ້ວຄົນຮອບຂ້າງກໍຈະມີປະຕິກິລິຍາຕອບກັບໃນແບບດຽວກັນ


5.ການຈັບມືທັກທາຍ: “ ບໍ່ຄວນຈັບມືທັກທາຍຜູ້ອື່ນດ້ວຍການອອກແຮງບີບ ຫຼືນຳອີກຝ່າຍເກີນໄປ ແຕ່ກໍຕ້ອງບໍ່ອ່ອນເກີນໄປເຊັ່ນກັນ” ການພົບໜ້າກັນພຽງຄັງຫຼື 2ຄັ້ງນັ້ນການຈັບມືທັກທາຍດ້ວຍຄວາມສະໜິດໃຈ ລວມເຖິງທ່າທາງພາສາກາຍທີ່ສະຫງ່າ ແລະ ເປັນມິດຈື່ງເປັນອີກໜື່ງຫົນທາງສຳຄັນທີ່ຊ່ວຍເສີມສ້າງຄວາມປະທັບໃຈຂອງຄູ່ສົນທະນາຕໍ່ຕົນເອງໄດ້.


6. ການຟັງ: “ ຈົ່ງຟັງຫຼາຍກວ່າເວົ້າ ຢ່າລືມວ່າເຮົາມີຫູ 2ຂ້າງ ແຕ່ມີພຽງແຕ່ປາກດຽວ ອັດຕາສ່ວນນີ້ຈື່ງເປັນເຄື່ອງບົ່ງຊີ້ໄດ້ຊັດເຈນວ່າເຮົາຄວນໃຊ້ອັນໃດຫຼາຍກວ່າກັນ ”
7.ບໍ່ແມ່ນພຽງແຕ່ຟັງຜ່ານໆ ແຕ່ຕ້ອງຟັງຢ່າງຕັ້ງໃຈ: ຄົນທີ່ເປັນຕາຊື່ນຊົມຂອງຜູ້ອື່ນ ຈະຟັງດ້ວຍຄວາມຕັ້ງໃຈແລະສົ່ງໃຈຜູ້ຟັງແທ້ໆ ເຊິ່ງການຮັບຟັງດ້ວຍຄວາມຕັ້ງໃຈຕ້ອງປະກອບດ້ວຍ 4ຂັ້ນຕອນຕາມຄຳແນະນຳໃນການຟັງ,ການຕີຄວາມ ການປະເມີນ ແລະ ການຕອບສະໜອງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page