ສຳນັກຂ່າວທາງການຂອງຊາອຸດີອາຣະເບຍ ເປີດເຜີຍຖະແຫຼງການຮ່ວມມືລະບຸວ່າ ສະຫະລັດແລະຊາອຸດີອາຮະເບຍໄດ້ເນັ້ນຢໍ້າເຖິງຄວາມມຸ່ງໝັ່ນໃນການຮັກສາສະຖຽນລະພາບຂອງຕະຫຼາດພະລັງງານໂລກໃນລະຫວ່າງທີ່ປະທານາທິບໍດີໂຈ ໄບເດັນ ແຫ່ງສະຫະລັດເດີນທາງເຢືອນຊາອຸດີອາຣະເບຍ
ເຊິ່ງມີການລາຍງານວ່າ ຊາອຸດີອາຣະເບຍເປີດເຜີຍໂຖະແຫຼງການຮ່ວມດັ່ງກ່າວຫຼັງຈາກ ປະທານາທິບໍດີ ໄບເດັນຫາລືກັບເຈົ້າໜ້າທີ່ລະດັບສູງຂອງຊາອຸ ລວມເຖິງມົງກຸດລາດຊະກຸມມານໂມຮຳເມັດ ບິນ ຊຳມານ
ໂດຍຖະແຫຼງການຮ່ວມລະບຸວ່າ ສະຫະລັດຂານຮັບຄວາມມຸ່ງໝັ່ນຂອງຊາອຸ ໃນການສະໜັບສະໜູນຕະຫຼາດນ້ຳມັນໂລກທີ່ສົມດຸນເພື່ອເປົ້າໝາຍການຂະຫຍາຍຕົວທາງເສດຖະກິດຢ່າງຢັ່ງຢືນ
ນອກຈາກນີ້ ທັງສະຫະລັດແລະຊາອຸ ຕົກລົງທີ່ຈະປຶກສາຫາລືກັນເປັນປະຈຳກ່ຽວກັບຕະຫຼາດພະລັງງານໂລກທັງໃນໄລຍະສັ້ນແລະໄລຍະຍາວ ລວມເຖິງຈະເຮັດວຽກງານຮ່ວມກັນໃນຖານະພັນທະມິດໃນກົນລະຍຸດດ້ານການປ່ຍນແປງສະພາບອາກາດແລະພະລັງງານດ້ວຍ.