ການສ້າງເນື້ອສ້າງຕົວໃຫ້ເຕີບໂຕເປັນເສດຖີພັນລ້ານໄດ້ນັ້ນ ແນ່ນອນວ່າບໍ່ແມ່ນເລື່ອງງ່າຍ ຜູ້ທີ່ເຄີຍຜ່ານຈຸດທີ່ເອີນວ່າຄວາມສຳເລັດມາແລ້ວ ຂັ້ນຕອນທີ່ໄປສູ່ຈຸດນັ້ນຖືເປັນເລື່ອງສຳຄັນ
ຂໍພຽງເຮັດຕາມກົດແລະຄຳແນະນຳຕ່າງໆທີ່ມີການພິສູດແລ້ວວ່າສາມາດຊ່ວຍປັ້ນມືອາຊີບມາໄດ້ ຖ້າຫາກມີຄວາມຕັ້ງໃຈທີ່ຈະປະສົບຜົນສຳເລັດໃນຖານະເສດຖີພັນລ້ານຄົນໜື່ງ ມື້ນີ້ແອດຈະມາບອກ 10ແນວຄິດດີໆດັ່ງລຸ່ມນີ້:
1. ເຮັດທຸກຢ່າງໃຫ້ເປັນການແຂ່ງຂັນ: ຖ້າລອງໄດ້ຖາມເສດຖີຜູ້ສ້າງຖານະຂື້ນມາເອງກັບມືວ່າສິ່ງໃດເປັນແຮງບັນດານໃຈໃຫ້ພວກເຂົາຕັດສິນໃຈກ້າວເຂົ້າມາສູ່ເສັ້ນທາງນີ ແນ່ນອນວ່າຄຳຕອບສ່ວນໃຫຍ່ພວກເຂົາຈະບໍ່ແມ່ນ “ ເພື່ອສ້າງເງີນພັນລ້ານ” ສິ່ງທີ່ຢູ່ເບື້ອງຫຼັງຄວາມສຳເລັດເປັນການທີ່ຕາມລ່າຫາຄວາມຝັນຂອງຕົນເອງ.
2.ບໍ່ນິ່ງນອນໃຈ: ຕໍ່ໃຫ້ຕ້ອງຂືນໄປ້ຖິງຈຸດທີ່ສູງສຸດໃນຊີວິດ ກໍບໍ່ຄວນຈະຢຸູດຄິດວ່າ ສໍ່ານີ້ກໍພໍແລ້ວຄວນຢຸດ ເຖິງແມ່ນວ່າຈະເຮັດໄດ້ແລ້ວ ກໍບໍ່ແມ່ນວ່າເງີນທຶງຈະບໍ່ເສຍໄປ ດັ່ງນັ້ນຢ່ານິ່ງນອນໃຈ ຄວນຕັ້ງເປົ້າໝາຍໃໝ່ອີກຄັ້ງ
3. ຮຽນຮູ້ໃຫ້ຫຼາຍ ເຮັດວຽກໃຫ້ໜັກກວ່າຄົນອື່ນ: ໃຫ້ມີພອນສະຫວັນສູງທຽມຟ້າ ຫຼືຈະເກັ່ງກ້າມາແຕ່ໃສກໍບໍ່ມີທາງໄປເຖິງຝັນໄດ້ຫາກບໍ່ຍອມໃຝ່ຫາຄວາມຮູ້ແລະຕັ້ງໃຈເຮັດວຽກຢ່າງໜັກ
4.ໃຫ້ຄວາມຜິດພາດເປັນບົດຮຽນ: ຊີວິດກັບຄວາມຜິດພາດເປັນຂອງຄູ່ກັນ ມື້ໜື່ງເຮົາກໍຕ້ອງມີຄວາມຜິດພາດມີລົ້ມກັນເປັນທຳມະດາຂອງຊີວິດ ຖ້າລົ້ມເເລ້ວຈົ່ງລຸກຂື້ນມາຢ່າສີ້ນຫວັງແລະກ້າວຫາຄວາມສຳເລັດໃຫ້ໄດ້.
5.ອ່ານໜັງສືທຸກມື້້ຢ່າງສະໝໍ່າສະເໝີ: ອ່ານທຸກເວລາທີ່ມີໂອກາດ ຢ່າຖິ້ມການອ່ານໄປຫຼືຫາເລື່ອງລາວທີ່ໜ້າສົນໃຈໃໝ່ໆ ມາອ່ານ ຈະໄດ້ຕື່ນຕົວຕາມຍຸກສະໄໝໃຫ້ທັນ ເພາະການປ່ຽນແປງມັກເກີດຂື້ນຢ່າງກະທັນຫັນ
6.ຮັກສາສຸຂະພາບແລະຈິດໃຈໃຫ້ດີ: ການອອກກຳລັງກາຍເເລະຝຶກຝົນຈິດໃຈໃຫ້ມີສຸຂະພາບທີ່ດີເປັນສ່ວນສຳຄັນທີ່ສຸດໃນການປະສົບຄວາມສຳເລັດເລີຍກໍວ່າໄດ້ ຢ່າລືມອອກກຳລັງກາຍເປັນປະຈຳແລະສະໝໍ່າສະເໝີ.
7. ໃກ້ຊິດກັບຄົນທີ່ມັກໃຝ່ຫາຄວາມສຳເລັດຄ້າຍໆກັບຕົນເອງ: ຫາກມີຄົນທີ່ເປົ້າໝາຍໃກ້ຄຽງກັນຈະໄດ້ຮັບແຮງບັນດານໃຈແລະໃຝ່ຫາໃນການໄປສູ່ຄວາມສຳເລັດແບບດຽວກັນ ເນື່ອງຈາກການຢູ່ກັບຄົນທີ່ມີຄວາມຕັ້ງໃຈຄືກັນຈະຊ່ວຍເປັນແຮງພັກດັນແລະສ້າງຄວາມມຸ້ງໝັ້ນໄດ້.
8.ຕັ້ງຕົນເປັນຜູ້ໃຫ້ ເບິ່ງແຍງໃສ່ໃຈຄົນຮັກ: ເພາະຊີວິດທີ່ປະສົບຄວາມສຳເລັດຈະສົມບູນໄດ້ກໍຕໍ່ເມື່ອມີຄວາມສຸດໄປພ້ອມໆກັບຄົນທີ່ເຮົາຮັກເທົ່ານັ້ນລືອາດບໍລິຈາກສິ່ງຂອງໃຫ້ກັບຜູ້ທຸກຍາກທີ່ຕ້ອງການຢື່ນໂອກາດໃຫ້.
9.ຕັ້ງຕົນໃຫ້ຊື່ສັດແລະໂປ່ງໃສ: ການຕົວະຫຼອກລວງບໍ່ເຄີຍພາໃຜໄປສູ່ຝັ່່ງຝັນ ດັ່ງນັ້ນຂໍໃຫ້ຢືດໝັ້ນກັບຄວາມຊື່ສັດແລະໂປ່ງໃສໄວ້ສະເໝີ ເຖິງຈະເປັນເລື່ອງເລັກໜ້ອຍ ແຕ່ເປັນຂໍ້ທີ່ສຳຄັນຫຼາຍ.