ສາວເລົ່າອຸທາຫອນ ລົ້ມທັ້ງຢືນ ສາເຫດ “ ບໍ່ມັກດື່ມນ້ຳ ”
ສາວເລົ່າປະສົບການ ມັກດື່ມແຕ່ນ້ຳອັດລົມມາຫຼາຍປີ ຢູ່ດີໆກໍລົ້ມທັ້ງຢືນ ປາກບ້ຽວ ຊາເຄີ່ງຕົວ,ອາຈຽນ ເສັ້ນເລືອດໃນສະໝອງຕີບ,ສະໝອງບວມ ການເປັນອຳມະພາດຍ່າງບໍ່ໄດ້.
ສາວປະເທດໄທ ໄດ້ໂພສແຊປະສົບການເປັນອຳມະພາດເພາະບໍ່ມັກດື່ມນ້ຳ ໄດ້ລະບຸວ່າ ເປັນອຸທາຫອນ ເຕືອນຄົນຮັກຖ້າບໍ່ມັກດື່ມນ້ຳອາດເປັນໄພງຽບ ຮູ້ໄວ້ກ່ອນຈະສາຍບໍ່ມີສັນຍານເຕືອນອຳມະພາດ ອາດບໍ່ໂຊກດີຄືຂ້ອຍ ຕະຫຼອດເວລາຫຼາຍປີບໍ່ມັກດື່ມນ້ຳເລີຍ ບໍ່ວ່າຈະຫິວ,ເມື່ອ ຫຼື ຫຼັງກິນເຂົ້າແລະອື່ນໆ ກິນໄດ້ໝົດນົ້ມສົ້ມ,ໂກໂກ້ ແລະນ້ຳອັດລົມ… ແຕ່ບໍ່ມັກກິນນ້ຳດື່ມບໍລິສຸດ
ແຕ່ຫຼັງຈາກນັ້ນເລີ່ມມີອາການເຈັບຫົວ,ເຈັບແບບແຮງໆ ແບບໄມເກນ ກິນຢາແລ້ວເຊົາເປັນແບບນີຢູ່ 2ເດືໍອນ ຢູ່ດີໆໃນຂະນະທີ່ເຂົ້າຫ້ອງຢູ່ກໍຄືຄົນມາປິດໄຟແລ້ວເປີດ ພໍລຸກຂື້ນຢືນຕົນໂຕກໍອຽງຊ້າຍອັດຕະໂນມັດ ຜິດປົກກະຕິແລ້ວ ລາວຮີບຕັງສະຕິຍ່າງອອກຈາກຫ້ອງນ້ຳ ເອີ້ນແຟນເຂົ້າມາຊ່ວຍ ລາວລົ້ມທັ້ງຢືນ,ປາກບ້ຽວ,ຊາເຄິງຕົວແລະອາຈຽນ.
ຫຼັງຈາກນຳສົ່ງໂຮງໝໍ່ແລ້ວໝໍໄດ້ບອກອາການວ່າ ເສັ້ນເລືອດໃນສະໝອງຕີບ,ສະໝອງບວມ ຖ້າບ່ຢຸດບວຕ້ອງໄດ້ຜ່າຕັດສະໝອງ ນອນໄອຊີຢູອາການ 2ຄືນກວດສອບຫາສາເຫດຫົວໃຈທຸກຢ່າງປົກກະຕິແຕ່ລາວໂຊກດີທີ່ມັນເຊົາບວມ.
ສະຫຼຸບການປ່ວຍຄັ້ງນີ້ເປັນຍ້ອນຮ່າງກາຍບໍ່ໄດ້ຮັບນ້ຳດື່ມບໍລິສຸດ ເຮັດໃຫ້ເສັ້ນເລືອດຂຸ້ນ,ເລືອດໜຽວ ໄຫຼວຽນຊ້າ ຈັບໂຕເປັນກ້ອນ ແຕ່ລາວໂຊກດີ່ທີ່ບໍ່ກະທົບເສັ້ນເລືອດສະໝອງດ້ານຄວາມຈື່ຈຳຫຼືເຮັດໃຫ້ແຕກ.