3 ຂັ້ນຕອນໃນການຮຽນຮູ້ຈາກຄວາມລົ້ມເຫຼວ
ຄວາມລົ້ມເຫຼວ ທຸກຄົນອາດຈະໄດ້ຍິນຄຳນີ້ມາຈົນເບື່ອ ແຕ່ເຮົາກໍປະຕິເສດບໍ່ໄດ້ວ່າມັນເປັນສິ່ງທີ່ຢູ່ໃກ້ຕົວເຮົາຫຼາຍ ແລະບໍ່ມີໃຜບໍ່ເຄີຍລົ້ມເຫຼວມາກ່ອນທັງນັ້ນ ກ່ອນທີ່ຈະປະສົບຜົນສຳເລັດ ສິ່ງສຳຄັນກໍຄື ຈະເຮັດສິ່ງໃດຕໍ່ໄປເມື່ອພົບຄວາມລົ້ມເຫຼວ ແນ່ນອນວ່າເຮົາບໍ່ຢາກໃຫ້ຍອມແພ້ ເພາະການຍອມແພ້ກໍເທົ່າກັບວ່າເຮົາໄດ້ຖິ້ມເສັ້ນທາງທີ່ຈະປະສົບຜົນສຳເລັດໄປແລ້ວ ສິ່ງທີ່ເຮົາຢາກໃຫ້ເຮັດຄືການຮຽນຮູ້ຈາກຄວາມຜິດພາດນັ້ນ ແລະ ມື້ນີ້ແອດຈະມາບອກວ່າຄວນເຮັດແບບໃດແດ່ດັ່ງລຸ່ມນີ້:
1.ສະທ້ອນໃຫ້ເຫັນວ່າເກີດຫຍັງຂື້ນ: ໃຊ້ເວລາເລັກໜ້ອຍເພື່ອຄິດກ່ຽວກັບຄວາມລົ້ມເຫຼວຂອງຕົນເອງ ຖາມວ່າຕົວເອງວ່າ “ ມີອັນໃດຜິດພາດ ” ໃນບາງຄັ້ງບັນຫາກໍອາດຈະຊັດເຈນ ແຕ່ບາງກໍລະນີເຮົາອາດຈະຕ້ອງໃຊ້ເວລາຄົ້ນຫາໃຫ້ດົນຂື້ນອີກ ດັ່ງນັ້ນຂັ້ນຕອນນີຈື່ງສຳຄັນຢ່າງຫຼາຍ ເພາະມັນຈະເຮັດໃຫ້ເຮົາເບິ່ງເຫັນບັນຫາໄດ້ຊັດເຈນຂື້ນ ເພາະຖ້າເຮົາບໍ່ຮູ້ບັນຫາ ກໍບໍ່ມີທາງທີ່ຈະຮຽນຮູ້ຫຍັງເລີຍ.
2.ທົບທວນກົນລະຍຸດ: ເມື່ອເຮົາຮູ້ແລ້ວວ່າບັນຫາຄືອັນໃດ ເຮົາກໍຕ້ອງທົບທວນແລ້ວວ່າຈະກ້າວຕໍ່ໄປແບບໃດ ຫາກົນລະຍຸດທີ່ດີທີ່ສຸດ ທີ່ຈະເຮັດໃຫ້ເຮົາສາມາດກ້າວໄປຂ້າງໜ້າໄດ້ ເຮົາອາດຈະຕ້ອງປ່ຽນແຜນໄປແບບໜ້າມືເປັນຫຼັງມືຫຼືອາດປ່ຽນແຕ່ເລັກໜ້ອຍ ເຊິ່ງກໍຂື້ນຢູ່ກັບບັນຫາທີ່ເຮົາພົບ ດັ່ງນັ້ນຈົ່ງທົບທວນໃຫ້ດີໆ ວ່າຈະເຮັດແບບໃດຕໍ່ໄປ
3. ປັບປ່ຽນແນວຄິດແລະການກະທຳໃຫ້ແຕກຕ່າງອອກໄປຈາກເກົ່າ: ຂັ້ນສຸດທ້າຍກໍຄືການລົງມືເຮັດໃນສິ່ງທີ່ທົບທວນ ແລະ ວາງແຜນມາໃນຂັ້ນຕອນທີ່ແລ້ວ ຢ່າຢ້ານທີ່ຈະລົງມືເຮັດ ຖ້າມັນປະສົບຜົນດີເຮົາຈະໄດ້ແນວທາງທີ່ໝັ້ນຄົງແລະໄດ້ຮຽນຮູ້ສິ່ງໃໝ່ເພີ່ມຂື້ນການຮຽນຮູ້ຈາກຄວາມຜິດພາດຈະຊ່ວຍໃຫ້ເຮົາເກັ່ງຂື້ນ ແລະ ກ້າວໄປສູ່ຄວາມສຳເລັດໄດ້ຫຼາຍຂື້ນອີກດ້ວຍ.