ເກົາຫຼີເໜືອບໍ່ສົນຢູເຄຼນ ຕັດສຳພັນບອກຢ່າມາອ້າງ ອະທິປະໄຕ ຖ້າຍັງສະໜັບສະໜູການຂວ້ຳບາດ.
ກະຊວງການຕ່າງປະເທດເກົາຫຼີເໜືອມາຖະແຫຼງຕອບໂຕ້ ຫຼັງຖຶກລັດຖະບານຢູເຄຼນຕັດສຳພັນການທູດສືບເນື່ອງຈາກການທີ່ປຽງຍາງຮັບຮອງເອກະລາດໃຫ້ 2ແຄວ້ນກະບົດ ໂດຍລະບຸວ່າຄຽບບໍ່ມີສິດອ້າງເລື່ອງ ອະທິປະໄຕ ໃນຂະນະທີ່ຕົນເອງຍັງຊ່ວຍສະຫະລັດລະເມີດອະທິປະໄຕຂອງເກົາຫຼີເໜືອຢ່າງບໍ່ເປັນທຳແລະຜິດກົດໝາຍ.
ຄຳຖະແຫຼງດັ່ງກ່າວຖຶກເຜີຍແພ່ ຫຼັງຈາກເກົາຫຼີເໜືອເປັນປະເທດທີ່ 3 ຂອງໂລກຖດັຈາກຣັດເຊຍແລະຊີເຣຍທີ່ໃຫ້ການຮັບຮອງສາທາລະນະລັດປະຊາຊົນໂດເນດ ແລະ ສາທາລະນະລັດປະຊາຊົນລູຮັນໃນພາກຕາເວັນອອກຂອງຢູເຄຼນວ່າເປັນ “ລັດອິດສະຫຼະ”
ລັດຖະບານຢູເຄຼນປະກາດຕັດສຳພັນການທູດກັບເກົາຫຼີເໜືອທັນທີ ພ້ອມກ່າວຫາປຽງຍາງວ່າກຳລັງລະເມີດອະທິປະໄຕແລະບູລະນະພາບແຫ່ງດິນແດນຂອງຢູເຄຼນ.
ແນວໃດກໍຕາມ ກະຊວງການຕ່າງປະເທດເກົາຫຼີເໜືອໄດ້ອອກມາປົກປ້ອງການຕັດສິນໃຈຄັ້ງນີ້ ໂດຍລະບຸວ່າ ຢູເຄູນກໍສະໜັບສະໜູນສະຫະລັດ ໃນການຂວ້ຳບາດໂຄງການນິວເຄຼຍແລະຂີປະນາວຸດຂອງເກົາຫຼີເໜືອມາໂດຍຕະຫຼອດ.
ລັດຖະບານໂສມແດງອ້າງວ່າກິດຈະກຳນິວເຄຼຍແລະການພັດທະນາຂີປະນາວຸດມີວັດຖິປະສົງເພື່ອປ້ອງກັນຕົນເອງແລະກ່າວຫາສະຫະລັດວ່າໃຊ້ “ ນະໂຍບາຍຂົ່ມຂູ່” ລະດົມຊາດພັນທະມິດໃຫ້ຂວ້ຳບາດເກົາລີເໜືອ ອີກທັງຍັງເປີດຊ້ອມຮົບກັບເກົາຫຼີໃຕ້ເພື່ອຂົ່ມຂວັນປຽງຍາງຢູ່ເລື້ອຍໆ