ໄບເດັນ ຈະປະກາດຄວາມຊ່ວຍເຫຼືອດ້ານອາຫານ 1ພັນລ້ານໂດລາໃນກງປະຊຸມ

ໄບເດັນ ຈະປະກາດຄວາມຊ່ວຍເຫຼືອດ້ານອາຫານ 1ພັນລ້ານໂດລາໃນກງປະຊຸມ


ເຈົ້າໜ້າທີ່ລະດັບສູງຂອງສະຫະລັດທ່າໜື່ງເປີດເຜີຍວ່າ ປະທານາທິບໍດີ ໂຈ ໄບເດັນ ຈະປະກາດລະຫວ່າງການປະຊຸມສຸດຍອດອາລັບວ່າ ສະຫະລັດມຸ່ງໝັ້ນທີ່ຈະໃຫ້ເງີນຊ່ວຍເຫຼືອດ້ານຄວາມໝັ້ນຄົງຂອງອາຫານຄັ້ງໃໝ່ໃນໄລຍະໃກ້ແລະໄລຍະຍາວມູນຄ່າ 1ພັນລ້ານໂດລາ ສຳລັບພື້ນທີ່ຕາເວັນອອກກາງແລະອາຟຣິກາເໜືອ


ນັກຂ່າວມີການລາຍງານວ່າ ທ່ານໄບເດັນເຊິ່ງເດີນທາງຢ້ຽມຕາເວັນອອກກາງເປັນຄັ້ງທຳອິດໃນຖານະປະທານາທິບໍດີສະຫະລັດ ໄດ້ໃຫ້ຄວາມສຳຄັນກັບການປະຊຸມສຸດຍອດທີ່ວາງແຜນໄວ້ຮ່ວມກັບປະເທດໃນອ່າວອາລັບ 6ແຫ່ງ ເຊິ່ງເປັນສະມາຊິກຂອງສະພາຄວາມຮ່ມມືອ່າວ (GCC) ລວມເຖິງອີຢິບ,ຈໍແດນ ແລະ ອິຣັກ.


ເຈົ້າໜ້າທີ່ເປີດເຜີຍວ່າ ບັນດາຜູ້ນຳ GCC ຍັງໄດ້ຢືນຢັນທີ່ຈະມອບເງີນ 3ພັນລ້ານໂດລາໃນຊ່ວງ 2ປີທາງນ້າເພື່ອສະນັບສະໜູນໂຄງການຕ່າງໆ ທີ່ສອດຄ່ອງກັບຄວາມຮ່ວມມືຂອງສະຫະລັດໃນດ້ານໂຄງສ້າງພື້ນຖານແລະການລົງທືນລະດັບໂລກ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page