ອາດີດໝໍທຳນຽບຂາວຊີ້! ໄບເດັນອາການໜັກສະໝອງເສື່ອມ ຢືນຢັນຢູ່ບໍ່ຮອດປີ


ປະທານາທິບໍ່ດີໂຈ ໄບເດັນ ບໍ່ສາມາດຢູ່ຮອດໃນຊ່ວງເວລາທີ່ເຫຼືອຂອງວາລະການດຳລົງຕຳແໜ່ງສະໄໝທຳອິດ ເນື່ອງຈາກຄວາມຈຳເສື່ອມທາງສະໝອງຂອງຜູ້ນຳທ່ານນີ້ໄປໄກແລ້ວ ຣອນນີ ແຈັກສັນ ອະດີດແພດປະຈຳທຳນຽບຂາວທີ່ຜັນຕົວມາເປັນສະມາຊິກລັດທະສະພາຈາກລັດເທກຊັດຂຽນຄຳທຳນາຍໄວ້.


ແຈັກສັນ ອະທິບາຍເພີ່ມເຕີມວ່າ “ ຂະບວນການຮັບຮູ້ຂອງໄບເດັນ ສະແດງໃຫ້ເຫັນຢ່າງຊັດເຈນມາດົນຫຼາຍປີແລ້ວ” ແລະ ບອກວ່າ “ ເຂົາບໍ່ຄວນເປັນປະທານາທິບໍດີຂອງເຮົາ ແລະຮຽກຮ້ອງໃຫ້ລາອອກຈາກຕຳແໜ່ງ.


ທັ້ງນີ້ ແຈັກສັນ ເຊິ່ງດຳລົງຕຳແໜ່ງແພດສ່ວນຕົວຂອງອາດີດປະທານາທິບໍບາຣັດ ໂອບາມາ ອາດີດ ປະທານາທິບໍດີໂດນັນ ທ້ຳ ແລະ ອາດີດປະທານາທິບໍດີຈອນ ດັບເບີນຢູ ບຸ ເປີດເຜີຍລະຫວ່າງໃຫ້ສຳພາດວ່າ ໂບບາມາ ໄດ້ສົ່ງອີເມວສະບັບໜື່ງເຖິງເຂົາ ແລະ ຕຳໜິເຂົາຕໍ່ກໍລະນີທີ່ກໍ່ຂໍ້ສົງໃສກ່ຽວກັບທັກສະທາງປັນຍາຂອງໄບເດັນ.


ເຖິງຈະຍອມຮັບວ່າ ແຈັກສັນ ເຮັດວຽກໃຫ້ເຂົາແລະຄອບຄົວດ້ວຍດີນສະເໝີມາ ແລະ ຮຽກເຂົາວ່າແພທີ່ດີແລະເພື່ອທີ່ດີເຊັ່ນກັນ ແຕ່ອາດີດປະທານາທິບໍດີໂອບາມາ ຕຳໜິຕິຕຽນແພດທີ່ຜັນຕົນເປັນສະມາຊິກລັດທະສະພາ ຕໍ່ກໍລະນີກ່າວໂຈມຈີແສກໜ້າໄບເດັນ ແບບບໍ່ຖະໜອມນ້ຳໃຈ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page