ສະຫະລັດຊ່ວຍແດ່! ຢູເຄຼນເຜີຍຕ້ອງການ 12.000ລ້ານໂດລາ ຊື້ກ໊າຊຕຸນກ່ອນເຂົ້າສູ່ລະດູໜາວ
ລັດວິສາຫະກິດພະລັງງານຂອງຢູເຄຼນ ເປີດເຜີຍວ່າ ອາດຕ້ອງການເງີນລະຫວ່າງ 8.000ລ້ານໂດລາເຖິງ 12.000ລ້ານໂດລາ ສຳລັບຊື້ກ໊າຊທຳມະຊາດສຳຮອງໄວ້ໃຊ້ໃນລະດູນາວ ຫຼັງລັດຖະບານສັ່ງຍົກລະດັບສຳຮອງເຊື້ອໄຟ ທ່າມກາງການຮຸກຮານຂອງຣັດເຊຍໂດຍເວລານີກຳລັງເວົ້າກັບສະຫະລັດແຕ່ຍັງບໍ່ມີການຮັບຄຳໃດໆ
ປັດຈຸບັນບໍລິສັດແຫ່ງນີກຳລັງເດີນນ້າຊື້ກ໊າຊທຳມະຊາດຕາມຄຳສັ່ງ ໂດຍບໍ່ເລືອກວ່າຈະລາຄາສູງສ່ຳໃດ ໂດຍພວກເຂົາອາດຈຳເປັນຕ້ອງເພີ່ມປະລິມານກ໊າຊໃນຄັງສຳຮອງໃນລະດັບ 19.000ລ້ານແມັດກ້ອນໃຫ້ທັນກ່ອນລະດູການໃຊ້ເຄື່ອງເຮັດຄວາມຮ້ອນ ເຊິ່ງປົກກະຕິແລ້ວມັກເລີ່ມໃນຊ່ວງປະມານກາງເດືອນຕຸລາຈາກການເປີດເຜີຍຂອງ ຢູຣີ ວິດເຣນໂກ ຊີອີໂອຂອງບໍລິສັດ
ເຂົາກ່າວວ່າ ແຜນໃນເບື້ອງຕົ້ນຂອງ ນາບໂຕກ໊າຊ ຄືມີກ໊າຊໃນຄັງສຳຮອງ 15.000ລ້ານແມັດກ້ອນ ແລະ ຈາກນັ້ນຈື່ງກັບມາຊື້ເຊື້ອໄຟອີກຄັ້ງໃນໄຕມາດ 4 ແນວໃດກໍຕາມນາຍົກລັດຖະມົນຕີ ເດນີ ຊະມີຮາ ຍອມຮັບວ່າເວລານີ້ ຢູຄເຄຼນມີກ໊າຊໃນຄັງສຳຮອງພຽງ 11.300ລ້ານແມັດກ້ອນ ແລະ ການກັກຕຸນເພື່ອຊ່ວງລະດູໜາວຈະເປັນເລື່ອງຍາກລຳບາກຫຼາຍ.