ເຊເລນສະກີໄລ່ຫົວໜ້າໜ່ວຍຄວາມໝັ້ນຄົງອອກ ພົບລູກນ້ອງເຄິ່່ງຮ້ອຍຂາຍຊາດຮັບໃຊ້ຣັດເຊຍ

ປະທານາທິບໍດີໂວໂລດິມີ ເຊເລນສະກີ ແຫ່ງຢູເຄຼນ ອອກຄຳສັ່ງພິເສດໄລ່ຫົວໜ້າໜ່ວຍຄວາມໝັ້ນຄົງພາຍໃນອອກ(ເອສບີຢູ) ທີ່ມີອິດທິພົນຂອງປະເທດແລະໄອຍະການສູງສຸດໂດຍອ້າງເວລານີ້ເຈົ້າໜ້າທີ່ຫຼາຍສິບຄົນຂອງທັງ 2ໜ່ວຍງານບໍ່ໄດ້ເຮັດວຽກເພື່ອຢູເຄຼນອີກຕໍ່ໄປແລ້ວໃນດິນແດນຕ່າງໆທີ່ຖຶກຣັດເຊຍຍືດຄອງ


ຄຳສັ່ງປົດ ອີວານ ບາຄານອບ ຜູ້ອຳນວຍການເອສບີຢູ ເພື່ອນສະໄໝເດັກຂອງເຊເລນສະກີ ແລະ ໄອຣີນາເວເນດິໂຄວາ ໄວຍະການສູງສຸດ ເຊິ່ງເປັນແກນນຳໃນຄວາມພະຍາຍາມດຳເນີນຄະດີກັບຣັດເຊຍຕາມຂໍ້ກ່າວຫາກໍ່ອາດຊະຍາກຳສົງຄາມໃນຢູເຄຼນ ຖຶກເຜີຍແພ່ຢ່າງເປັນທາງການຂອງປະທານາທິບໍດີ


ເຊເລນສະກີໄດ້ໂພສຂໍ້ຄວາມລະບຸວ່າ ເຂົາໄລ່ເຈົ້າໜ້າທີ່ລະດັບສູງທັງ 2ຄົນ ເພາະຮູ້ວ່າມີຫຼາຍກໍລະນີທີ່ສະມາຊິກຂອງນ່ວຍງານຂອງພວກເຂົາກຳລັງໃຫ້ຄວາມຮ່ວມມືກັບຣັດເຊຍ
ເຂົາບອກວ່າໄດ້ເປີດການສືບສວນຄະດີຂາຍຊາດແລະເປັນໄສ້ສຶກ

ກັບບັນດາໄອຍະການແລະເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ 651ຄະດີແລະພົບວ່າມີເຈົ້າໜ້າທີຈາກນ່ວຍງານຂອງບາຄານນອບແລະເວເນດິໂຄວາ ຫຼາຍກວ່າ 60ຄົນ ທີ່ເວລານີ້ກຳລັງເຮັດວຽກຢູ່ຝ່າຍກົງກັນຂ້າມກັບຢູເຄຼນໃນດິນແດນຕ່າງໆ ທີ່ພາຍໃຕ້ການຍືດຄອງຂອງຣັດເຊຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page