ສົງຄາມນິວເຄຼຍ! ຣັດເຊຍຂູ່ຕອບໂຕ້ ວັນສິ້ນໂລກ ຫາກຢູເຄຼນ-ຕາເວັນຕົກໂຈມຕີໄຄເມຍ

ສົງຄາມນິວເຄຼຍ! ຣັດເຊຍຂູ່ຕອບໂຕ້ ວັນສິ້ນໂລກ ຫາກຢູເຄຼນ-ຕາເວັນຕົກໂຈມຕີໄຄເມຍ.


ການທີ່ຢູເຄຼນແລະບັນດາມະຫາອຳນາດຕາເວັນຕົກປະຕິເສດຍອມຮັບວ່າໄຄເມຍຢູ່ພາຍໃຕ້ການຄວບຄຸມຂອງມອສໂກ ສ່ຽງກໍໄພຄຸກຄາມຢ່າງເປັນລະບົບຕໍ່ຣັດເຊຍ ແລະ ການໂຈມຕີໃດໆ ຈາກພາຍນອກຖະຫຼົ່ມພື້ນທີ່ແຫ່ງນີ້

ຈະກະຕຸ້ນການຕອບໂຕ້ໜັກໜ່ວງແບບ “ ວັນສິ້ນໂລກ” ຈາກຄຳກ່າວເຕືອນອາດີດປະທານາທິບໍດີດາມິທີ ເມດເວເດບ
ຣັດເຊຍ ຍືດແຫຼມໄຄເມຍ ເຊິ່ງຕັ້ງຢູ້ແຄມທະເລດຳ ມາຈາກຢູເຄຼນຕັ້ງແຕ່ປີ 2014ບໍ່ດົນຫຼັງຈາກປະທານາທິບໍດີຝັກໃຝ່ມອສໂກໃນຄຽບຖຶກໂຄ່ນລົ້ມທ່າມກາງການປະທ້ວງໃຫຍ່ໃນທ້ອງຖະໜົນຫົນທາງ

ຈາກນັ້ນມອສໂກໃຫ້ການສະໜັບສະໜູນກະບົດແບ່ງແຍກດິນແດນຕິດອາວຸດຝັກໃຝ່ຣັດເຊຍ ໃນພື້ນທີ່ດອນບາສ ທາງພາກຕາເວັນອອກຂອງຢູເຄຼນ.
ໃນກໍລະນີທີ່ມີເຫດໂຈມຕີໄຄເມຍ ມີການລາຍງານອ້າງຄຳເວົ້າຂອງເມດເວເດບລະບຸວ່າ “ ວັນສິ້ນໂລກຈະມາເຖິງຢ່າງວ່ອງໄວແລະຢ່າງໜັກໜ່ວງ ມັນເປັນເລື່ອງທີ່ລຳບາກຫຼາຍທີ່ຈະລີ້ໄດ້”

Leave a Reply

Your email address will not be published. Required fields are marked *

You cannot copy content of this page