ອາດີດນາຍົກ UK ເບິ່ງເຫັນອານາຄົດ ຊີ້ສະຫະລັດແລະພັນທະມິດຄອງໂລກໃກ້ເຖິງຈຸດຈົບ!

ເປັນຄັ້ງທຳອິດໃນປະຫວັດສາດສະໄໝໃໝ່ທີ່ຕາເວັນອອກສາມາດມີເງື່ອນໄຂຕ່າງໆ ທີ່ເທົ່າທຍມກັບຕາເວັນຕົກແລະຍຸກສະໄມທີ່ສະຫະລັດແລະພັນທະມິດຄອງໂລກໃກ້ເຖິງຈຸດຈົບແລ້ວ ຈາກຄວາມຄິດເຫັນຊຂອງໂທນີ ແບວ ອາດີດນາຍົກລັດຖະມົນຕີສະຫະລາດຊະອານາຈັກ


ແບລ ສະແດງຄວາມຄິດເຫັນດັ່ງກ່າວລະຫວ່າງຮ່ວມບັນຍາຍປະຈຳປີທີ່ມູລະນິທິລະບຸວ່າ ສືບເນື່ອງຈາກຜົນກະທົບຂອງໂລກລະບາດໃຫຍ່ໂຄວິດ-19 ແລະ ຄວາມຂັດແຍ້ງໃນຢູເຄຼນ “ຜູ້ຄົນຈຳນວນຫຼາຍຂອງປະຊາກອນຕາເວັນອອກ ມາດຕະຖານການຄອງຊີບກຳລັງຊົບເຊົາ”


“ ການເມືອງໃນໂລກຕາເວັນຕົກ ຕົກຢູ່ໃນຄວາມຫຍຸ້ງຍາກ ແບ່ງພັກແບ່ງພວກຫຼາຍຂື້ນ ນ່າອັບອາຍຂື້ນ ບໍ່ຜະລິດດອກອອກຜົນໃດໆ ແລະ ເພີມເຊື້ອໄຟໂດຍສື່ສັງຄົມອອນລາຍ ເຊິ່ງສົ່ງຜົນກະທົບຊກັບທັງກິດຈະການໃນປະເທດແລະລະຫວ່າງປະເທດ” ແບລກ່່າວ ພ້ອມຊີ້ວ່າປະຕິບັດການທາງທະຫານຮຸກຮານຢູເຄຼນຂອງຣັດເຊຍ “ຄວນກາຍເປັນຈຸດປັກໝຸດສຳລັບການກອບກູ້ສຳນຶກແຫ່ງພັນທະມິມຂອງເຮົາ(ຕາເວັນຕົກ)


ແນວໃດກໍຕາມອາດີດລັດຖະມົນຕີທ່ານນີ້ ເຊິ່ງກຸມບັງຫຽນລັດຖະບານສະຫະລາດຊະອານາຈັກລະຫວ່າງປີ 1997ເຖິງ2007 ບອກວ່າ “ ການປ່ຽນແປງທາງພູມສາດຄັ້ງໃຫຍ່ທີ່ສຸດຊຂອງສະຕະວັດນີຈະມາຈາກຈີນ ບໍ່ແມ່ນຣັດເຊຍ”
“ເຮົາກຳລັງມາເຖິງຈຸດຈົບການຄອບງຳທາງການເມືອງແລະເສດຖະກິດຂອງຕາເວັນຕົກ ໂລກກຳລັງກາຍເປັນ 2ຂົ້ວເປັນຢ່າງໜ້ອຍແລະມີຄວາມເປັນໄປໄດ້ທີ່ຈະເປັນໂລກຫຼາຍຂົ້ວ”

Leave a Reply

Your email address will not be published. Required fields are marked *

You cannot copy content of this page