ສິ່ງທີ່ເຮົາໄດ້ຈາກການຮຽນຮູ້ ເຮົາຈະປ່ຽນຄວາມຝັນໃຫ້ເປັນຈິງໄດ້ ດ້ວຍການຕັ້ງເປົ້າໝາຍທີ່ແບ່ງເປັນຂັ້ນຕອນຍ່ອຍ ເພື່ອໃຫ້ສາມາດເຮັດໄດ້ແທ້ຈິງດັ່ງຄຳກ່າວທີ່ວ່າ
“ ຄວາມລັບຂອງການປ່ຽນແປງຄືການຄ່ອຍກ້າວໄປເທື່ອລະຂັ້ນ”
1.ເລີ່ມດ້ວຍການຄິດຫາຈຸດໝາຍປາຍທາງກ່ອນ: ຕັ້ງເປົ້າໝາຍແລະຖາມຕົນເອງວ່າ “ເຮົາຕ້ອງເຮັດແນວໃດໃນການເຮັດໃຫ້ເປົ້າໝາຍເຫຼົ່ານີ້ສຳເລັດ? ຄຳຕອບຂອງເຮົາຈະບອກໄດ້ໃນທັນທີວ່າເຮົາຕ້ອງຮຍນຮູ້ຫຼືຝຶກຝົນທັກສະໃດເພີ່ມເຕີມແດ່.
2.ປະເມີນທັກສະຫຼືຄວາມຮູ້ທີ່ເຮົາຕ້ອງການ: ເປົ້າໝາຍບາງຢ່າງອາດບໍ່ໄດ້ຕ້ອງການຄວາມຮູ້ຫຼືທັກສະໃໝ່ ແຕ່ບາງເປົ້າໝາຍກໍຈຳເປັນຕ້ອງອາໄສທັກສະສະເພາະເພີ່ມເຕີມ ແລ້ວມີທັກສະອັນໃດແດ່ ທີ່ຈະຊ່ວຍໃຫ້ຄວາມຝັນຂອງເຮົາເປັນຈິງໄດ້? ເຮົາຕ້ອງພັດທະນາທັກສະອັນໃດທີ່ມີຢູ່ແລ້ວໃຫ້ດີຂືນອີກ?
3.ຊອກຫາແຫຼ່ງຄວາມຮູ້ທີ່ດີທີ່ສຸດ: ເຊັ່ນການຮຽນ,ຫາທີ່ປຶກສາຫຼືເພື່ອຮ່ວມງານທີ່ສາມາດຊ່ວຍສອນທັກສະຫຼືໃຫ້ຂໍ້ມູນຄວາມຮູ້ທີ່ຈຳເປັນແກ່ເຮົາໄດ້ຈົ່ງເບິ່ງຫາແລ່ງທີ່ດີທີ່ສຸດສຳລັບເຮົາເຮົາທີ່ຄິດວ່າຈຳເປັນ
4.ວາງແຜນການຮຽນຮູ້ຂອງຕົນເອງ: ເມື່ອເຮົາມີຂໍ້ມູນແລ້ວຂັ້ນຕໍ່ໄປຄືການວາງແຜນການຮຽນຮູ້ຂອງຕົນເອງ ໂດຍວາງແຜນການຄວນລະບຸໃຫ້ຊັດເຈນວ່າທັກສະແລະຄວາມຮູ້ໃດແດ່ທີ່ເຮົາຕ້ອງການ.
5.ເລີ່ມຈາກສິ່ງທີ່ສຳຄັນທີ່ສຸດ: ຄືການວາງແຜນທີ່ເລີ່ມຈາກສິ່ງທີ່ຍາກທີ່ສຸດຫຼືງ່າຍທີ່ສຸດ ແຕ່ໃຫ້ຄິດວ່າສິ່ງທີ່ສຳຄັນທີ່ສຸດທີ່ເຮົາຄວນເຮັດຕອນນີຄືສິ່ງໃດ ປະເມີນແລະຈັດລຳດັບຕາມຄວາມສຳຄັນໃຫ້ດີ.
6.ກ້າວໄປທາງໜ້າ: ລົງມືເຮັດ ພາຍໃນໜື່ງອາທິດເຮົາຕ້ອງເຮັດຫຍັງແດ່? ເຮົາຈະເຮັດຫຍງັໃຫ້ສຳເລັດກ່ອນໃນອາທິດນີ້? ແລະອັນໃດຄືສິ່ງທີ່ສຳຄັນທີ່ສຸດ? ຢ່າຊ້າ ໃຫ້ຮີບລົງມືເຮັດເລີຍ!
7.ກຳຈັດອຸປະສັກທີ່ມາຈາກຄວາມຄິດຂອງຕົນເອງ: ເຮົາທຸກຄົນຕ່າງກໍມີຄວາມຄິດບາງຢ່າງທີ່ເປັນອຸປະສັກຕໍ່ຕົນເອງ ຖ້າເຮົາບໍ່ເຮັດຕາມຄວາມເຂົ້າໃຈມັນອາດຈະມີອິດທິພົນຕໍ່ໂຕເຮົາໜ້ອຍລົງ ຢ່າຂາດຄວາມເຊື່ອໝັ້ນໃນການເດີນຕາມຄວາມຝັນໂດຍເດັດຂາດ.