ໂດລາອ່ອນຄ່າ! ລັດເຊຍ-ອີຣານຈະຢຸດປະເມີນມູນຄ່າການຄ້າເປັນສະກຸນເງີນສະຫະລັດ

ໂດລາອ່ອນຄ່າ! ລັດເຊຍ-ອີຣານຈະຢຸດປະເມີນມູນຄ່າການຄ້າເປັນສະກຸນເງີນສະຫະລັດ


ມອສໂກແລະເຕຫະຣານຈະຄ່ອຍຖິ້ມແນວທາງປະຕິບັດຂອງການໃຊ້ໂດລາປະເມີນມູນຄ່າການຄ້າຢ່າງຄ່ອຍເປັນຄ່ອຍໄປຕາມຄຳກ່າວຂອງ ດາມິທີ ເປຄອບ ໂຄສົກທຳນຽບປະທານາທິບໍດີລັດເຊຍ.


“ ເຮົາທຸກຄົນຮູ້ວ່າຄວາມສຳພັນທາງການຄ້າແລະເສດຖະກິດລະຫວ່າງສອງປະເທດມີມູນຄ່າເກີນ 4.000ລ້ານໂດລາສະຫະລັດ ເລັກໜ້ອຍໃນປີທີ່ຜ່ານມາ ແຕ່ບາງທີອາດບໍ່ຖຶກຕ້ອງທີ່ຈະປະເມີນມັນໃນຮູບແບບໂດລາ ແລະໃນມື້ທາງໜ້າ ບາງທີ່ເຮົາຈະຫັນໜີແນວທາງປະຕິບັດນີ້ ໃນຂະນະທີ່ເຮົາຍົກລະດັບຄວາມຮ່ວມມືລະຫວ່າງກັນໃນຂອບເຂດການເງີນແລະການທະນາຄານ” ສະເປຄອບໄດ້ກ່າວ


ປະທານາທິບໍດີວະລາດິມີ ປູຕິນ ແຫ່ງລັດເຊຍ ມີກຳນົດຢ້ຽມອີຣານ ເຊິ່ງໃນເລື່ອງດັ່ງກ່າວເປຄອບລະບຸວ່າມອສໂກແລະເຕຫະຣານເປັນເພື່ອນແລະຄູ່ຫູທີ່ໄວ້ວາງໃຈໄດ້
ເປຄອບບອກວ່າຄ້າສຸດທະລະຫວ່າງລັດເຊຍກັບອີຣານເຕີບໂຕຂື້ນເຖິງ 31% ໃນຊ່ວງເວລາບໍ່ຮອດເດືອນທີ່ຜ່ານມາ ແລະ ບອກວ່າແນວໂນ້ມກຳລັງເປັນໄປໃນທິດທາງບວກ

Leave a Reply

Your email address will not be published. Required fields are marked *

You cannot copy content of this page