ຢູໂຣບຕົກໃຈ! ລັດເຊຍອ້າງເຫດສຸດວິໄສຕັດອາຍແກ໊ສຍາວນານ ສົ່ງແຈ້ງລູກຄ້າບໍ່ັຮັບປະກັນສະໜອງໄດ້
ອາຍແກັສພອມ ລັດວິສາຫະກິດຍັກໃຫຍ່ຂອງລັດເຊຍແຈ້ງກັບລູກຄ້າໃນຢູໂຣບບໍ່ສາມາດຮັບປະກັນສະໜອງອາຍແກ໊ສໄດ້ ສຶບເນື່ອງຈາກກໍລະນີແວດລ້ອມພິເສດ ຕາມການລາຍງານອ້າງອີງໜັງສືທີ່ສື່ແຫ່ງໜື່ງພົບເຫັນ
ຍົກລະດັບປະເຊີນໜ້າທາງເສດຖະກິດກັບຕາເວັນຕົກຕໍ່ກໍລະນີມອສໂກຮຸກຮານຢູເຄຼນ ແນວໃດກໍຕາມອີກດ້ານໜື່ງອີຢູໄດ້ຫັນໄປເພິ່ງພາອາເຊີໄບຈານ ລົງນາມໃນຂໍ້ຕົກລົງນຳເຂົ້າອາຍແກ້ສເພີ່ມເທົ່າຕົວ ເພື່ອຊົດເຊີຍພະລັງງານລັດເຊຍ.
ໃນໜັງສືຂອງອາຍແກ໊ສພອມ ລະບຸວ່າເຂົາປະກາດເຫດສຸດວິໄສຍ້ອນຫຼັງໃນດ້ານການສະໜອງອາຍແກ໊ສ ເຊິ່ງທໍ່ລຳລຽງຫຼັກທີ່ປ້ອນອາຍແກ໊ສລັດເຊຍສູ່ເຢຍລະມັນແລະຊາດອື່ນໆໃນຢູໂຣບ ຢູ່ລະຫວ່າງການປິດສ້ອມບຳລຸງປະຈຳປີແລະມີການກຳນົດແລ້ວ
ໜັງສືສະບັບນີຊ້ຳເຕີມຄວາມກັງວົນແກ່ຢູໂຣບ ວ່າມອສໂກອາດປິດທໍ່ລຳລຽງເພື່ອຕອບໂຕ້ມາດຕາການຂວ້ຳບາດທີ່ກຳນົດຫຼິ້ນງານລັດເຊຍຕໍ່ກໍລະນີຮຸກຮານຢູເຄຼນຕອກຢໍ້າສະຖານະການວິກິດພະລັງງານທີ່ສ່ຽງຜັກທະວີບຢູໂຣບເຂົ້າສູ່ພາວະຖົດຖອຍ.