ຖ້າເຮົາກຍມຕົວເສັງເຂົ້າມະຫາວິທະຍາໄລຢ່າງຈິງຈັງ ແຕ່ຜົນສຸດທ້າຍ ເຮົາເສັງບໍ່ຕິດຄະນະທີ່ຕົນເອງຢາກຮຽນ ນັ້ນສະແດງເຖິງຄວາມລົ້ມເຫຼວບໍ່? ສິ່ງທີ່ຢາກບອກກໍຄື “ ຄວາມລົ້ມເຫຼວບໍ່ມີຢູ່ຈິງ” ມັນບໍ່ໄດ້ຖືວ່າເປັນຄວາມລົ້ມເຫຼວ ຖ້າເຮົາໄດ້ຮຽນຮູ້ສິ່ງທີ່ມີຄຸນຄ່າຈາກມັນ.
1.ເບິ່ງແຕ່ສິ່ງທີ່ບໍ່ດີ ແທນທີ່ຈະຮຽນຮູ້ຈາກມັນ: ເຮົາຈະຮຽນຮູ້ໄດ້ແນວໃດຖ້າຄິດແຕ່ໂທດຕົນເອງ? ຄົຮທີ່ຜິດພາດແລ້ວຮຽນຮູ້ຈາກຂໍ້ຜິດພາດ ກັບຄົນທີ່ຜິດພາດແລ້ວຄິດໂທດແຕ່ຕົນເອງ ຄົນັທງສອງແບບນີຖ້າເບິ່ງແລ້ວກໍເປັນຄົນທີ່ລົ້ມເຫຼວຄືກັນ ແຕ່ສິ່ງທີ່ແຕກຕ່າງກັນກໍຄື ການເຂົ້າໃຈເຖິງຄວາມຜິດພາດທີ່ເກີດຂື້ນ ເພາະດັ່ງນັ້ນແລ້ວເມື່ອເຮົາລົ້ມ ກໍຈົ່ງຫາສາເຫດແລ້ວປັບປຸງແກ້ໄຂມັນໃຫ້ດີຂື້ນ
2.ວາດຝັນຫຼາຍເກີນໄປ: ເຮົາຈຳເປັນຕ້ອງຕັ້ງຄວາມຫວັງໃນການເຮັດຫຍັງຈັກຢ່າງ ແຕ່ບາງທີກໍຕ້ອງວາງຢູ່ເທິງຮາກຖານຂອງຄວາມເປັນຈິງດ້ວຍ ຢ່າຄາດຫວັງໃນສິ່ງທີ່ເກີນຈິງເພາະຈະເຮັດໃຫ້ເຮົາລົ້ມເຫຼວ.
3.ບໍ່ຂໍຄວາມຊ່ວຍເຫຼືອຈາກຄົນອື່ນ: ການບໍ່ຂໍຄວາມຊ່ວຍເຫຼືອຈາກຜູ້ອື່ນອາດເປັນສິ່ງດີ ເພາະມັນຈະເຮັດໃຫ້ເຮົາປະສົບຄວາມສຳເລັດດ້ວຍຕົນເອງ ແຕ່ຄົນສ່ວນຫຼາຍລົ້ມເຫຼວເພາະຄິດແບບນີ້ຮູ້ໂຕດີວ່າມີບັນຫາແຕ່ບໍ່ຂໍຮ້ອງໃຫ້ໃຜຊ່ວຍ
4.ເວົ້າຫຼາຍກວ່າລົງມືເຮັດ: ການມີຄວາມຄິດດີໆບໍ່ໄດ້ໝາຍຄວາມວ່າມັນເຮັດໃຫ້ເຮົາປະສົບຜົນສຳເລັດຖ້າເຮົາຍັງບໍ່ລົງມືເຮັດຄວາມລົ້ມເຫຼວມັກເກີດຂືນຕອນເຮົາບໍ່ຮູ້ຕົວວ່າສິ່ງທີ່ເຮົາເຮັດນັ້ນເປັນສິ່ງທີ່ຜິດພາດ.
5.ຢ້ານທີ່ຈະແບ່ງປັນວິທີ່ຄິດໃຫ້ຜູ້ອື່ນ: ບໍ່ມີໃຜຈະເອົາວິທີຄິດຂອງເຮົາໄປໄດ້ຖ້າເຮົາມີວິທີ່ຄິດດີທກໍຢ່າເກັບໄວ້ຄົນດຽວລອງນຳອອກມາເວົ້າກັບຄົນອື່ນເພື່ອຫາສ່ວນຮ່ວມ
6.ຫົວດື້ເກີນໄປ: ໂດຍສະເພາະເມື່ອເຮົາເປັນຜູ້ນຳເຮົາຕ້ອງເປີດຮັບວິທີ່ຄິດໃມ່ຈາກເພື່ອຮ່ວມງານທີ່ສຳຄັນຄືຕ້ອງຮັບຮູ້ອາລົມຂອງເພື່ອນຮ່ວມງານດ້ວຍຢ່າເຮັດໂຕແຂງກະດ້າງເກີນໄປ.
7.ຢູ່ກັບຄົນທີ່ລົ້ມເຫຼວຕະຫຼອດ: ເຮົາຈະປະສົບຜົນສຳເລັດໄດ້ແນວໃດ? ຖ້າຄົນຮອບຕົວເຮົາມີແຕ່ຄົນທີ່ເຮັດຫຍັບງບໍ່ເປັນໂຕເປັນຕົນຈັກຢ່າງ
8.ແລ່ນນຳສິ່ງທີ່ກຳລັງໄດ້ຮັບຄວາມນິຍົມ ແທນທີ່ຈະຍືດຖືໃນແນວທາງຂອງຕົນເອງ: ຖ້າເຮົາຄິດແຕ່ຕາມຄົນອື່ນ ມັນກໍສ່ຽງທີ່ເຮົາຈະລົ້ມເຫຼວໄດ້ຖ້າເຮົາບໍ່ເກັ່ງໃນດ້ານນັ້ນ
9.ການຄິດວ່າໃຜໆ ກໍລົ້ມເຫຼວໄດ້ທັງນັ້ນ: ຄວາມລົ້ມເຫຼວຂືນຢູ່ກັບເຮົາ ຖ້າເຮົາຄິດວ່າຄວາມລົ້ມເຫຼວເປັນເລື່ອງປົກກະຕິກໍຍາກທີ່ຈະປະສົບຄວາມສຳເລັດ ຄົນທີ່ປະສົບຄວາມສຳເລັດຄືຄົນທີ່ບໍ່ຍອມໃຫ້ຄວາມລົ້ມເຫຼວມາຫາກ່ອນ