ກຳໄລເຫຼືອໆ! ຊາອຸຊື້ເພີ່ມເທົ່າຕົວນ້ຳມັນລາຄາຖຶກລັດເຊຍ ສ່ວນຂອງຕົນເອງສົ່ງອອກຕ່າງປະເທດ


ຊາອຸດີອາລະເບຍນຳເຂົ້ານ້ຳມັນເຕົາລັດເຊຍເພີ່ມຂື້ນເກືອບ 2ເທົ່າໃນຊ່ວງໄຕມາດ 2ເພື່ອໃຫ້ສາມາດສົ່ງອອກນ້ຳມັນດິບຂອງຕົນເອງໄດ້ຫຼາຍຂື້ນ ແລະໃຊ້ນ້ຳມັນດິບທີຊື້ມາໃນລາຄາຫຼຸດສຳລັບຜະລິດກະແສໄຟຟ້າພາຍໃນປະເທດ

ຈາກການລາຍງານມີການລະບຸວ່າ ມອສໂກສົ່ງອອກຜະລິດຕະພັນນ້ຳມັນໄປຍັງຕາເວັນອອກກາງແຕະລະດັບສູງສຸດໃນຮອບກວ່າ 6ປີໃນເດືອນທີ່ຜ່ານມາ
ຈາກຂໍ້ມູນໄດ້ລະບຸວ່າຊາອຸດີອາລະເບຍນຳເຂົ້ານ້ຳມັນເຕົາຂອງລັດເຊຍເກືອບ 647.000ໂຕນ ລະຫວ່າງເດືອນເມສາ-ມີຖຸນາ ເພີ່ມຂື້ນຈາກລະດັບ 320.000ໂຕນ ຂອງນື່ງປີກ່ອນໜ້ານີ້


ຊາອຸດີອາລະເບຍເປັນໜື່ງໃນປະເທດທີ່ໃຊ້ນ້ຳມັນດິບສຳລັບກໍ່ກຳເນີດໄຟຟ້າ ແຕ່ຂະນະດຍວກັນ ພວກເຂົາໃຊ້ມາດຕະການຕ່າງໆ ຫຼຸດປະລິມານການໃຊ້ ດ້ວຍການເພີ່ມກຳລັງຜະລິດອາຍແກ໊ສທຳມະຊາດແລະປັບປ່ຽນໂຮງໄຟຟ້າສູ່ພະລັງງານອາຍແກ໊ສ ເພືອ່ທີ່ຈະເຫຼືອນ້ຳມັນດິບຫຼາຍຂື້ນສຳລັບການສົ່ງອອກ.


ການປັບຫຼຸດລາຄານ້ຳມັນແລະເຊື້ອໄຟສົ່ງອອກຂອງລັດເຊຍ ສືເນື່ອງຈາກມາດຕະການຂວ້ຳບາດສົ່ງຜົນໃຫ້ນ້ຳມັນເຕົາຂອງລັດເຊຍກາຍເປັນວັດຖຸດິບອັນເປັນທີ່ຕ້ອງການຈຳນວນຫຼາຍຂອງໂຮງໄຟຟ້າທັງຫຼາຍ ໂດຍສະເພາະໃນຊ່ວງລະດູຮ້ອນເຊິ່ງເປັນຊ່ວງຂອງການສະນອງໄຟຟ້າ

Leave a Reply

Your email address will not be published. Required fields are marked *

You cannot copy content of this page