ແທ້ຫຼືບໍ? ທີ່ຄົນເຮົາມີຄວາມຮູ້ສຶກ ຕໍ່ຕ້ານການປ່ຽນແປງ ເປັນທຳມະຊາດຢູ່ແລ້ວຫາກເບິ່ງໃຫ້ລືກລົງໄປເຮົາອາດຈະພົບວ່າຄວາມຮູ້ສຶກຕໍ່ຕ້ານນີ້ເປັນພຽງອາການຢ່າງໜື່ງທີ່ເກີດຂື້ນເມື່ອມະນຸດຮູ້ສຶກວ່າຕົນເອງບໍ່ມີຄວາມສາມາດ ຮູ້ສຶກຢ້ານກົວກັບການອັບອາຍຂາຍໜ້າຕົນເອງບໍ່ມີຄ່າກວ່າຄົນອື່ນແລະການປ່ຽນແປງນີ້ເປັນຕົ້ນເຫດ ແຕ່ເຮົາວສາມາປ່ຽນແປງວິທີຄິດແລະນິໄສ 6ຂໍ້ດັ່ງລຸ່ມນີ້:
1.ທົບທວນສິ່ງທີ່ຕົນເອງເປັນຢູ່: ເຮົາຄວນຕັ້ງຄຳຖາມວ່າສິ່ງໃດເຮົາຄວນຢຸດເຮັດ ແລະ ສິ່ງໃດທມີ່ເຮົາຄວນຈະຖິ້ມໄວທາງຫຼັງ,ສິ່ງໃດທີ່ເຮົາຕ້ອງລືມມັນໄປ ເປັນສິ່ງທີ່ສຳຄັນຖ້າຫາກເຮົາຕ້ອງການທີ່ຈະເຕີບໂຕແລະກ້າວໜ້າໃນຊີວິດ.
2.ທ້າທາຍສົມມຸດຕິຖານຂອງຕົນເອງ: ພຽງເພາະເຮົາມັກຈະເຮັດສິ່ງໃດແບບເກົ່າໆ ບໍ່ໄດ້ໝາຍຄວາມວ່າເຮົາຄວນໃຊ້ວິທີນັ້ນສະເໜີໄປ ເພາະມັນອາດຈະກາຍເປັນອັກຄະຕິແຫ່ງປະສົບການ.
3.ລອງເຮັດສິ່ງໃໝ່ໆ: ການລອງເຮັດສິ່ງໃໝ່ໆ ມັກຈະນຳໄປສູ່ສິ່ງທີ່ດີກວ່າ ໃນບາງຄັ້ງມັນເກີດຂື້ນຈາກການພົບປະສົນທະນາກັບຜູ້ຄົນ ສິ່ງທີ່ອາດເບິ່ງຄືອຸປະສັກກັບກາຍເປັນສິ່ງທີ່ເຮັດໃຫ້ເກີດຄວາມກ້າວໜ້າ.
4.ທົບທວນຈຸດປະສົງຂອງຫຼັກການເກົ່າໆທີ່ເຮົາເຄີຍເຊື່ອ: ໃນບາງຄັ້ງສິ່ງທີ່ມີຄ່າກໍຈາກໄປລະຫວ່າງທາງ ຫຼັກການເປັນສິ່ງທີ່ດີແຕ່ບາງຄັ້ງມັນອາດຈະລ້າສະໄໝໄດ້ ຢ່າພາດໃຫ້ກັບຄວາມໜ້າເຊື່ອຖືຂອງຫຼັກການເຫຼົ່ານັ້ນ.
5.ເບິ່ງພາບລວມ: ຈົ່ງພະຍາຍາມທຳຄວາມເຂົ້າໃຈຊີວິດ ແລ້ວເສັ້ນທາງຂອງເຮົາຈະກະຈ່າງຊັດຂື້ນ ການຮຽນຮູ້ແລະການເຕີບໂຕບໍ່ພຽງແຕ່ຕ້ອງອາໄສຄວາມສາມາດແລະທັກສະເທົ່ານັ້ນຍັງຕ້ອງເຊື່ອງໂຍງທຸກສ່ວນເຂົ້າດ້ວຍກັນ.
6.ເຊື່ອໝັ້ນໃນສິ່ງທີ່ເຮົາຮູ້: ການເຊື້ອໝັ້ນໃນສິ່ງທີ່ເຮົາຮູ້ຈະເຮັດໃຫ້ເຮົາກ້າລອງເຮັດສິ່ງໃໝ່ໆ ເຮົາບໍ່ອາດພັດທະນາຕົນເອງໄດ້ຫາກບໍ່ເລີ່ມທີ່ຄວາມຄິດແລະມັນຈະບໍ່ເກີດຂື້ນຫາກປາສະຈາກຄວາມຍາກລຳບາກຫຼືອຸປະສັກບາງເທື່ອ.