ຣັດເຊຍສັ່ງການແນວໜ້າທຳລາຍລູກສອນໄຟໄລຍະໄກຫວັງຕັດກຳລັງຢູເຄຼນ



ທ່ານເຊີເກ ຊອຍດູ ລັດຖະມົນຕີກະຊວງປ້ອງກັນຂອງຣັດເຊຍ ມີຄຳສັ່ງໃຫ້ກອງກຳລັງຕິດອາວຸດຂອງຣັດເຊຍທີ່ປະຈຳການຢູ່ໃນພາກຕາເວັນອອກຂອງຢູເຄຼນ ມຸ່ງໜ້າໂຈມຕີເພືອ່ທຳລາຍລູກສອນໄຟຍິງໄກຂອງຢູເຄຼນ


ມີການລາຍງານຖະແຫຼງການຂອງທ່ານຊອຍກູມີຄຳສັ່ງເຖິງກອງກຳລັງຣັດເຊຍທີ່ຮຽກວ່າ “Vostok Battalion” ຫຼັງຈາກທີ່ທ່ານ ຊອຍກູໄປຢ້ຽມທະຫານແນວໜ້າເປັນຄັ້ງທີສອງຫຼັງຈາກທີ່ຣັດເຊຍເປີດສາກຮຸກຮານຢູເຄູນໃນຕົ້ນເດືອນກຸມພາທີ່ຜ່ານມາ.


“ພົນເອກເຊີເກ ຊອຍກູ ມີຄຳສັ່ງໃຫ້ຜູ້ບັນຊາການໜ່ວຍຮົບເນັ້ນໂຈມຕີໄປທີ່ລູກສອນໄຟໄລຍະໄກແລະອາວຸດປືນໃຫຍ່ຂອງຝ່າຍຂ້າສຶກ” ຖະແຫຼງການຂອງກະຊວງລະບຸ
ນອກຈາກນີ້ ລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍຍັງມີຄຳສັ່ງໃຫ້ນ່ວຍງານຮົບຕ່າງໆ ທີ່ປະຕິບັດການໃນແນວໜ້າ “ ຕັດໂອກາດທີ່ຝ່າຍຢູເຄຼນຈະໂຈມຕີພື້ນທີ່ ທີ່ຢູເຄຼນຍືດຄອງດ້ວຍຂີປະນາວຸດແລະປືນໃຫຍ່ເປັນຈຳນວນຫຼາຍ”


ທັ້ງນີ້ ລະບົບອາວຸດຍຸດໂທປະກອນທີ່ຝັ່ງຕາເວັນຕົກສະໜັບສະໜູນແກ່ຢູເຄຼນນັ້ນ ໂດຍສະເພາະເຄື່ອງຍິງຈະຫຼວດຫຼາຍລຳກ້ອງອັດຕາ M142ຫຼື HIMARS ເຮັດໃຫ້ຢູເຄຼນສາມາດພຸ່ງເປົ້າໄປທີ່ກອງທັບຣັດເຊຍໄດ້ໄກຈົນເຖິງແນວໜ້າ ແລະ ສ້າງຄວາມຫວາດວິຕົກໃຫ້ກັບຝ່າຍຣັດເຊຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page